ວັນທີ 1 ມິຖຸນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ພູມທຳ ເວດຊະຍະໄຊ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງປະເທດນີ້ກ່ຽວກັບການບໍ່ສູ້ຢັນກັນໃນການແກ້ໄຂຄວາມຂັດແຍ້ງກັນຢູ່ເຂດຊາຍແດນລະຫວ່າງ ກອງທັບໄທ ແລະ ກຳປູເຈຍ ຢູ່ໃກ້ບໍລິເວນ ເຂດຊ່ອງບົກ, ແຂວງ ອຸບົນ ຣາດຊະທານີ.

ທ່ານ ພູມທຳ ໃສ່ໃຈວ່າ ສະພາບການຄວາມເຄັ່ງຕຶງໃນປັດຈຸບັນພວມຫຼຸດລົງ ດ້ວຍເລື່ອງທັງສອງຝ່າຍໃຫ້ຄຳໝັ້ນສັນຍາຫຼີກລ້ຽງການສູ້ຢັນກັນໃນຂະນະທີ່ລໍຄອຍບັນດາການເຈລະຈາຂອງຄະນະກຳມະການຊາຍແດນຮ່ວມ (JBC) ຄາດວ່າ ຈະດຳເນີນໃນອາທິດນີ້. ທ່ານ ລັດຖະມົນຕີ ພູມທຳກໍ່ໃຫ້ຮູ້ວ່າ ອຳນາດການປົກຄອງ ໄທ ໄດ້ຈັດບັນດາການປຶກສາຫາລືໃນວັນທີ 1 ມິຖຸນາ, ພ້ອມທັງຜູ້ບັນຊາການໃຫຍ່ກຳລັງປ້ອງກັນປະເທດຈະເຂົ້າຮ່ວມບັນດາການເຈລະຈາ. ວຽກງານສົມທົບກັບກະຊວງການຕ່າງປະເທດ, ກອງທັບ ໄທ ແລະ ກຳລັງປະກອບອາວຸດ ໄທ ກໍ່ພວມໄດ້ຮັບການດຳເນີນ.

ແຫຼ່ງຄັດຈາກ: vovworld.vn