ສ.ອາເມລິກາ ຈະເພີ່ມພາສີຕໍ່ເຫຼັກກ້າ-ອາລູມິນຽມ ຂຶ້ນເປັນ 50%
ວິທະຍຸສາກົນແຫ່ງ ສປ ຈີນ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ຈະປັບພາສີນຳເຂົ້າເຫຼັກກ້າ ແລະອາລູມີນຽມຂອງ ສ.ອາເມລິກາ ຈາກ 25% ໃນປັດຈຸບັນຂຶ້ນເປັນ 50%, ເພື່ອປົກປ້ອງອຸດສາຫະກຳເຫຼັກກ້າພາຍໃນປະເທດ.