ວັນທີ 1 ມິຖຸນາ, ທ່ານ Mohammad Eslami ປະທານອົງການພະລັງງານປະລາມານູ ອີຣານ (AEOI) ໄດ້ຢັ້ງຢືນວ່າ ໂຄງການເສີມທາດ ຢູຣານຽນແມ່ນພື້ນຖານຂອງຂົງເຂດອຸດສາຫະກຳ ນິວເຄຼຍ ແລະແມ່ນເສັ້ນແດງສຳລັບ ເຕເຮຣານ. ທ່ານ Eslami ໄດ້ມີຄຳເຫັນນີ້ໃນການຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບແຫ່ງລັດ IRIB ເພື່ອແນໃສ່ສະແດງປະຕິກິລິຍາຕໍ່ຄຳຮຽກຮ້ອງຂອງອາເມລິກາ ເຊິ່ງຮຽກຮ້ອງ ອີຣານຢຸດຕິການເສີມທາດ ຢູຣານຽນ ແລະ ລາຍງານຢ່າງຮອບດ້ານ ໂດຍອົງການພະລັງງານປະລາມານູ ສາກົນ (IAEA) ຮຽບຮຽງ ກ່ຽວກັບບັນດາການເຄື່ອນໄຫວດ້ານນິວເຄຼຍຂອງ ເຕເຮຣານ ໂດຍສື່ມວນຊົນປະກາດໃນວັນທີ 31 ພຶດສະພາ.
ທ່ານ Eslami ເນັ້ນໜັກວ່າ ອີຣານ ມີສິດເສີມທາດ ຢູຣານຽນ. ນີ້ແມ່ນໜຶ່ງໃນບັນດາສິດທິຂອງອີຣານ ແລະແມ່ນຄວາມຕ້ອງການໂດຍພື້ນຖານເພື່ອພັດທະນາເຕັກໂນໂລຢີ ນິວເຄຼຍ. ຜູ້ນຳໜ້າ AEOI ກ່າວຫາບົດລາຍງານຫວ່າງມໍ່ໆມານີ້ຂອງ IAEA ກ່ຽວກັບບັນດາການເຄື່ອນໄຫວດ້ານນິວເຄຼຍຂອງ ອີຣານ ໄດ້ຮຽບຮຽງພາຍໃຕ້ຜົນກະທົບຂອງ ຝລັ່ງ, ເຢຍລະມັນ, ອັງກິດ, ອາເມລິກາ ແລະ ອິດສະລາແອັນ.
ແຫຼ່ງຄັດຈາກ: vovworld.vn
Type the code from the image