ວັນທີ 31 ພຶດສະພາ, ກະຊວງການຕ່າງປະເທດ ຈໍແດນ ໃຫ້ຮູ້ວ່າ ລັດຖະມົນຕີບັນດາປະເທດອາຣັບບີ ຊະອຸດິ, ສະຫະລັດ ອາຣັບ ເອມມີເລດ (UAE), ກາຕາ, ອີຢິບ ແລະຈໍແດນ ໄດ້ກ່າວປະນາມການຕັດສິນຂອງອິດສະຣາແອັນ ຫ້າມຄະນະຜູ້ແທນບັນດາປະເທດດັ່ງກ່າວມາຢ້ຽມຢາມຝັ່ງຕາເວັນຕົກ, ເພື່ອພົບປະທ່ານ Mahmoud Abbas ປະທານາທິບໍດີອຳນາດການປົກຄອງ ປາແລັດສະຕິນ.

ອາທິດນີ້, ອິດສະຣາແອັນ ໄດ້ປະກາດເລື່ອງສ້າງຕັ້ງເຂດຕັ້ງຖິ່ນຖານຄົງທີ່ໃໝ່ 22 ແຫ່ງຢູ່ຝັ່ງຕາເວັນຕົກ. ການກະທຳດັ່ງກ່າວ ຖືກ ສປຊ, ອັງກິດ ແລະຈໍແດນ ຕຳໜິຕິຕຽນຢ່າງແຮງ, ຖືນັ້ນແມ່ນໜຶ່ງໃນບັນດາສິ່ງກີດຂວາງຫຼັກໆຕໍ່ສັນຕິພາບອັນຍາວນານລະຫວ່າງຊາວ ອິດສະຣາແອັນ ແລະຊາວປາແລັດສະຕິນ.

ໃນການຢ້ຽມຢາມເຂດຕັ້ງຖິ່ນຖານຄົງທີ່ໃໝ່ແຫ່ງໜຶ່ງເມື່ອວັນທີ 30 ພຶດສະພາ, ທ່ານ Israel Katz ລັດຖະມົນຕີກະຊວງປ້ອງກັນປະເທດອິດສະຣາແອັນຖະແຫຼງຈະສ້າງລັດຂອງຊາວ ຢິວ ໃນດິນແດນປາແລັດສະຕິນ. ໂດຍແນ່ໃສ່ບັນດາປະເທດຈະຮັບຮອງລັດປາແລັດສະຕິນ, ທ່ານ Israel Katz ໃຫ້ຮູ້ວ່າ ບັນດາປະເທດນີ້ຈະຮັບຮອງລັດປະແລັດສະຕິນ ໃນເອກະສານ, ສ່ວນ ອິດສະຣາແອັນ ຈະກໍ່ສ້າງລັດ ຊາວ ຢິວ ໃນຕົວຈິງ.

ແຫຼ່ງຄັດຈາກ: vovworld.vn