leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky. ພາບ: AFP/TTXVN

ວັນທີ 19 ເມສາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຖະແຫຼງຢຸດຍິງເນື່ອງໃນໂອກາດງານບຸນອິດສະເຕີ. ເວລາຢຸດຍິງເລີ່ມແຕ່ 18 ໂມງ ວັນທີ 19 ເມສາ ຮອດ 0 ໂມງຂອງວັນທີ 21 ເມສາ (ຕາມເວລາທ້ອງຖິ່ນ). ການຢຸດຍິງໄດ້ປະຕິບັດຕາມຈຸດປະສົງມະນຸດສະທຳ. ທ່ານ ກໍ່ເນັ້ນໜັກວ່າ, ກອງທັບລັດເຊຍ ຕ້ອງກຽມພ້ອມໃຫ້ແກ່ບັນດາການລະເມີດຢຸດຍິງທີ່ອາດຈະເກີດຂຶ້ນ ແລະ ພ້ອມແລ້ວຈະຍູ້ບັນດາການກະທຳເກາະຜິດໃຫ້ຖອຍຫຼັງ.

ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ, ປະເທດນີ້ຈະປະຕິບັດຕາມຄຳສັ່ງຢຸດຍິງເນື່ອງໃນໂອກາດງານບຸນອິດສະເຕີ ເຊິ່ງ ຝ່າຍລັດເຊຍ ຍົກອອກມາ.

ໃນຂະນະນັ້ນ, ສະຫະພາບເອີລົບ ໄດ້ມີປະຕິກິລິຍາຢ່າງລະມັດລະວັງຕໍ່ຄຳຖະແຫຼງຂອງລັດເຊຍ, ພ້ອມກັນນັ້ນກໍ່ຖືວ່າ ມົດສະກູ ສາມາດຢຸດຍິງໃນທັນທີ ຖ້າຕັດສິນໃຈປະຕິບັດບາດກ້າວດັ່ງກ່າວ.

ແຫຼ່ງຄັດຈາກ:​ vovworld.vn