leftcenterrightdel
ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ IAEA ແລະທ່ານ Mohammad Eslami, ຜູ້ອຳນວຍການໃຫຍ່ AEOI. ພາບ: IRNA/TTXVN

ວັນທີ 17 ເມສາ, ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ຖືວ່າ, ອົງການນີ້ຕ້ອງສວມບົດບາດເປັນຂົວຕໍ່ໃນວິວັດທະນາການເຈລະຈາດ້ານນິວເຄຼຍລະຫວ່າງອີຣານ ແລະອາເມລິກາ. ກ່າວຄຳເຫັນໃນການຢ້ຽມຢາມ ເຕເຮຣານ, ທ່ານ Rafael Grossi ໃຫ້ຮູ້ວ່າ ທ່ານ ໄດ້ປຶກສາຫາລືກັບ ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araqchi ແລະ ທ່ານຮອງປະທານາທິບໍດີ, ທັງເປັນຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູ ອີຣານ (AEOI) Mohammad Eslami. ການປຶກສາຫາລືສຸມໃສ່ວິທີທີ່ IAEA ອາດສາມາດໜູນຊ່ວຍບັນດາການເຈລະຈາໃນປະຈຸບັນລະຫວ່າງ ວໍຊິງຕັນ ແລະ ເຕເຮຣານ.

ໂດຍມີທັດສະນະເຊັນດຽວກັນ, ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araqchi ໃຫ້ຮູ້ວ່າ, IAEA ອາດຈະສວມບົດບາດສຳຄັນໃນວິວັດທະນາການແກ້ໄຂສັນຕິພາບສຳເນົາເອກະສານນິວເຄຼຍອີຣານ ໃນຊຸມເດືອນຈະມາເຖິງ. ນອກນັ້ນ, ທ່ານ Araqchi ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຂອງ ເຕເຮຣານ ໃນເລື່ອງ ສືບຕໍ່ຮ່ວມມືກັບ IAEA.

ຄາດວ່າ, ຮອບເຈລະຈາຄັ້ງທີ 2 ຈະຈັດຂຶ້ນຢູ່ ໂຣມ, ປະເທດອີຕາລີ ໃນວັນທີ 19 ເມສາ.

ແຫຼ່ງຄັດຈາກ: vovworld.vn