ທ່ານປະທານາທິບໍດີ Trump ຖະແຫຼງບໍ່ຢາກສືບຕໍ່ເພີ່ມອັດຕາພາສີສຳລັບ ຈີນ
ບັນດາເຈົ້າໜ້າທີ່ ທີ່ ທ່ານ ເຊື່ອໝັ້ນວ່າແມ່ນຜູ້ຕາງໜ້າໃຫ້ແກ່ ທ່ານ ສີຈິ້ນຜິງ ໄດ້ເລີ່ມຊອກຫາວິທີເພື່ອດຳເນີນການເຈລະຈາກັບອາເມລິກາ.
    |
 |
ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ: AFP |
ວັນທີ 17 ເມສາ (ຕາມເວລາທ້ອງຖິ່ນ), ກ່າວຄຳເຫັນຕໍ່ວົງການນັກຂ່າວທີ່ຫ້ອງເຮັດວຽກ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານ ບໍ່ຢາກສືບຕໍ່ເພີ່ມອັດຕາພາສີນັ້ນ ແລະ ພາດພິງວ່າ ທ່ານ ອາດຈະຊັ່ງຊາເລື່ອງຫຼຸດອັດຕາພາສີ.
“ຮອດຈຸດເວລາໃດໜຶ່ງ, ຂ້າພະເຈົ້າ ບໍ່ຢາກມັນເພີ່ມຂຶ້ນອີກ ຍ້ອນຮອດເວລາໃດໜຶ່ງ, ເພື່ອນຈະເຮັດໃຫ້ທຸກຄົນບໍ່ຢາກຊື້ເຄື່ອງອີກ. ສະນັ້ນ, ຂ້າພະເຈົ້າ ອາດຈະຄິດວ່າຈະບໍ່ເພີ່ມອັດຕາພາສີຕື່ມອີກ, ຫຼື ຊ້ຳບໍ່ໜຳແມ່ນບໍ່ຢາກເພີ່ມຂຶ້ນເຖິງອັດຕານັ້ນ. ຂ້າພະເຈົ້າ ອາດຈະຫຼຸດລົງຕ່ຳກວ່າເພື່ອຜູ້ບໍລິໂພກ”.
ທ່ານ Donald Trump ໃຫ້ຮູ້ວ່າ, ບັນດາເຈົ້າໜ້າທີ່ ທີ່ ທ່ານ ເຊື່ອໝັ້ນວ່າແມ່ນຜູ້ຕາງໜ້າໃຫ້ແກ່ ທ່ານ ສີຈິ້ນຜິງ ໄດ້ເລີ່ມຊອກຫາວິທີເພື່ອດຳເນີນການເຈລະຈາກັບອາເມລິກາ.
ທ່ານ Donald Trump ໄດ້ເພີ່ມອັດຕາພາສີໃໝ່ໃສ່ສິນຄ້າເກືອບທັງໝົດທີ່ນຳເຂົ້າຈາກ ຈີນ ຂຶ້ນ 145%, ໃນຂະນະນັ້ນ, ປັກກິງ ໄດ້ໂຕ້ຕອບດ້ວຍການຈັດວາງອັດຕາພາສີສຳລັບອາເມລິກາ ແມ່ນ 125%. ເຖິງວ່າ, ອັດຕາພາສີອາກອນລະຫວ່າງ 2 ປະເທດ ໄດ້ເພີ່ມຂຶ້ນລະດັບສູງແລ້ວ, ແຕ່ 2 ຝ່າຍຍັງສະແດງໃຫ້ເຫັນຫຼັກໝັ້ນແຂງກະດ້າງພໍສົນຄວນຢູ່.
ແຫຼ່ງຄັດຈາກ: vovworld.vn