ອາເມລິກາ ຍູ້ແຮງການບຸກໂຈມຕີທາງອາກາດ, ກະກຽມບຸກໂຈມຕີທາງບົກເຂົ້າ ເຢແມນ
ຄ່ຳຄືນວັນທີ 16 ເມສາ, ກອງທັບອາເມລິກາ ສືບຕໍ່ເປີດຫຼາຍບັ້ນບຸກໂຈມຕີທາງອາກາດເຂົ້າ ເຢແມນ, ມ້າງທຳລາຍຫຼາຍເປົ້າໝາຍຂອງຂະບວນການ Houthi.
ອາເມລິກາ ໄດ້ດຳເນີນຢ່າງໜ້ອຍສຸດ 20 ບັ້ນບຸກໂຈມຕີເຂົ້າສອງເມືອງ Al-Hafa ແລະ Al-Sabeen ຢູ່ນະຄອນຫຼວງ Sanaa, ພ້ອມກັບຂົງເຂດ Hazm ຂຶ້ນກັບແຂວງ Jawf. ເຖິງຢ່າງໃດກໍຕາມ, ຕົວເລກທີ່ກ່ຽວກັບຜູ້ຮັບບາດເຈັບ, ເສຍຊີວິດ ແລະ ຜົນເສຍຫາຍໃນບັ້ນບຸກໂຈມຕີດັ່ງກ່າວຍັງບໍ່ທັນໄດ້ປະກາດເທື່ອ. ໃນຂະນະນັ້ນ, ຊ່ອງໂທລະພາບ Al Arabiya ຂອງ ອາຣັບບີ ຊະອຸດິ ໃຫ້ຮູ້ວ່າ ເຂດ Takhiya ຂຶ້ນກັບແຂວງ Saada ກໍຖືກບຸກໂຈມຕີ. ແຫຼ່ງຂ່າວດັ່ງກ່າວຢັ້ງຢືນວ່າ ເປົ້າໝາຍຖືກມ້າງທຳລາຍແມ່ນບັນດາຮາກຖານຂອງ Houthi, ໃນນັ້ນ ມີບາງຄ້າຍຝຶກແອບ.
ກ່ຽວກັບຂໍ້ສັງເກດຕໍ່ການກະທຳຍູ້ແຮງການບຸກໂຈມຕີຂອງ ອາເມລິກາ ເຂົ້າ ເຢແມນ, ເຈົ້າໜ້າທີ່ລັດຖະບານ ທ່ານໜຶ່ງຂອງ ເຢແມນ ຖືວ່າ ນີ້ອາດຈະແມ່ນບາດກ້າວກະກຽມໃຫ້ແກ່ບັ້ນບຸກໂຈມຕີທາງບົກເຂົ້າ ເຢແມນ ເພື່ອຕີຖອຍ Houthi. ໃນຂະນະນັ້ນ, ເຈົ້າໜ້າທີ່ບໍ່ອ້າງຊື່ໃນພະລາດຊະວັງ ອາຣັບບີ ຊະອຸດິ ໃຫ້ຂໍ້ສັງເກດວ່າ ອາເມລິກາ ອາດຈະສົມທົບກັບລັດຖະບານ ເຢແມນ ເພື່ອດຳເນີນບັ້ນຮົບທາງບົກຕີຖອຍ Houthi.
ແຫຼ່ງຄັດຈາກ: vovworld.vn