leftcenterrightdel
ທ່າກໍາປັ່ນ Los Angeles, ລັດ California. ພາບ: THX/ສໍານັກຂ່າວສານຫວຽດນາມ

ຕາມລັດຖະດຳລັດດັ່ງກ່າວແລ້ວ, ທ່ານລັດຖະມົນຕີກະຊວງການຄ້າອາເມລິກາ Howard Lutnick ຈະເລີ່ມດຳເນີນບັ້ນສືບສວນຄວາມໝັ້ນຄົງແຫ່ງຊາດຕາມມາດຕາ 232 ຂອງກົດໝາຍວ່າດ້ວຍການເປີດກວ້າງການຄ້າປີ 1962 - ເຊິ່ງເປັນກົດໝາຍທີ່ທ່ານ Trump ໄດ້ນຳໃຊ້ໃນອາຍຸການປະທານາທິບໍດີທຳອິດ ເພື່ອຈັດວາງພາສີທົ່ວໂລກ 25% ສຳລັບ ອາລູມີນຽມ ແລະເຫຼັກກ້າ. ເດືອນກຸມພາ ປີ 2025, ທ່ານ Trump ກໍໄດ້ອີງໃສ່ມາດຕາຂອງກົດໝາຍສະບັບດັ່ງກ່າວເພື່ອເປີດບັ້ນສືບສວນກ່ຽວກັບຄວາມສາມາດຈັດວາງພາສີສຳລັບທອງນຳເຂົ້າຕະຫຼາດອາເມລິກາ.

ບັ້ນສືບສວນໃໝ່ຈະພິຈາລະນາຢ່າງຮອບດ້ານບັນດາກຳລັງໜູນການຕະຫຼາດທີ່ກ່ຽວຂ້ອງເຖິງບັນດາປະເພດສິນຄ້າແຮ່ທາດສຳຄັນຄື Cobalt, nickel, 17 ທາດມູນດິນຫາຍາກ, urani ແລະບັນດາທາດມູນອື່ນ ເຊິ່ງວົງການເຈົ້າໜ້າທີ່ອາເມລິກາ ກຳນົດວ່າ ຈຳເປັນສຳລັບຄວາມໝັ້ນຄົງແຫ່ງຊາດ.

ແຫຼ່ງຄັດຈາກ: vovworld.vn