leftcenterrightdel
ຕຶກອາຄານຖືກພັງທະລາຍພາຍຫຼັງການບຸກໂຈມຕີທາງອາກາດຂອງອິດສະຣາແອັນ ໃນວັນທີ 13 ເມສາ 2025. ພາບ: THX/ສໍານັກຂ່າວສານຫວຽດນາມ

ວັນທີ 15 ເມສາ, ເຈົ້າໜ້າທີ່ຂັ້ນສູງຂອງ ຮາມາດສ ໃຫ້ຮູ້ວ່າ ຂະບວນການນີ້ “ມີຫຼາຍຄວາມສາມາດ” ເພື່ອຕອບກັບຂໍ້ສະເໜີຢຸດຍິງຂອງອິດສະຣາແອັນ ເຊິ່ງເຂົາເຈົ້າໄດ້ຮັບຈາກບັນດາຝ່າຍເປັນກາງໄກ່ເກ່ຍໃນຮອບເວລາ 48 ຊົ່ວໂມງ. ເມື່ອຕອບສຳພາດຕໍ່ວົງການສື່ມວນຊົນ, ເຈົ້າໜ້າທີ່ດັ່ງກ່າວໄດ້ເຕື້ອງເຖິງການກຳນົດເວລາຕອບກັບບັນດາຝ່າຍເປັນກາງໄກ່ເກ່ຍດັ່ງກ່າວ ເພາະວ່າ ຮາມາດສ ຍັງຄົງດຳເນີນການປຶກສາຫາລືລວງເລິກໃນຄະນະການນຳ, ກໍຄືປຶກສາບັນດາຝ່າຍຕໍ່ຕ້ານເພື່ອສ້າງຫຼັກໝັ້ນເອກະພາບ.

ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ຮູ້ວ່າ ໃນການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu, ທ່ານໄດ້ຮຽກຮ້ອງໃຫ້ “ຕ້ອງຢຸດຕິ” ຄວາມເຈັບປວດໃນປັດຈຸບັນຂອງສາມັນຊົນຢູ່ເຂດກາຊາ; ພ້ອມທັງຖືວ່າ ມີພຽງແຕ່ຄຳສັ່ງຢຸດຍິງຢູ່ເຂດ ກາຊາ ຈຶ່ງສາມາດກູ້ເອົາຊີວິດບັນດາຕົວປະກັນອິດສະຣາແອັນ ທີ່ຍັງເໜືອ. ທ່ານກໍຮຽກຮ້ອງໃຫ້ “ເປີດທຸກດ່ານຊາຍແດນຊ່ວຍເຫຼືອມະນຸດສະທຳ” ໃຫ້ແກ່ຊາວປາແລັດສະຕິນ ແລະເຊື່ອມຕໍ່ແງ່ຫວັງກ່ຽວກັບມາດຕະການການເມືອງສອງປະເທດອິດສະຣາແອັນ ແລະປາແລັດສະຕິນ ພ້ອມກັນຄົງຕົວຄືນໃໝ່.

ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ສືບຕໍ່ປະຕິເສດເລື່ອງສ້າງຕັ້ງລັດປາແລັດສະຕິນ; ພ້ອມທັງຢັ້ງຢືນຖ້າຫາກວ່າລັດປາແລັດສະຕິນ ໄດ້ຮັບການສ້າງຕັ້ງຂຶ້ນນັ້ນຈະແມ່ນ “ລາງວັນໃຫຍ່ສຳລັບການກໍ່ການຮ້າຍ”.

ແຫຼ່ງຄັດຈາກ: vovworld.vn