ເປັນອັນວ່າ, ສະຖານທີ່ຂອງບັນດາຮອບເຈລະຈາຈະມາເຖິງໄດ້ປ່ຽນເປັນ 2 ຄັ້ງແລ້ວ, ຈາກ ໂຣມ ໄປຍັງ Muscat  ແລະ ກັບໄປຈັດຢູ່ ໂຣມ.

leftcenterrightdel
ຮາກຖານນິວເຄຼຍ Natanz ຂອງ ອີຣານ. ພາບເອກະສານ: IRNA/ສໍານັກຂ່າວສານຫວຽດນາມ

ນີ້ຈະແມ່ນຮອບເຈລະຈາທີ 2 ລະຫວ່າງ ອາເມລິກາ - ອີຣານ ແລະແມ່ນກອງປະຊຸມຂັ້ນສູງສຸດລະຫວ່າງສອງຝ່າຍນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ຍົກເລີກຂໍ້ຕົກລົງນິວເຄຼຍ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA) ເຊິ່ງ ອີຣານ ແລະ ບັນດາປະເທດມະຫາອຳນາດທີ່ໄດ້ລົງນາມໃນປີ 2018 ໃນອາຍຸການທຳອິດຂອງທ່ານ.

ກ່ອນໜ້ານັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araqchi  ຢັ້ງຢືນສິດເສີມທາດ ຢູຣານຽມ ຂອງ ອີຣານ ແມ່ນບໍ່ສາມາດປະນິປະນອມໄດ້, ໃນຂະນະທີ່ຝ່າຍ ອາເມລິກາ ຖືວ່າ ອີຣານ ຕ້ອງ “ຢຸດ ແລະ ຍົກເລີກການເຄື່ອນໄຫວເສີມທາດນິວເຄຼຍ” ເພື່ອບັນລຸໄດ້ຂໍ້ຕົກລົງກັບ ອາເມລິກາ.

ແຫຼ່ງຄັດຈາກ: vovworld.vn