ວັນທີ 16 ເມສາ, ອົງການການຄ້າໂລກ (WTO) ໄດ້ຫຼຸດລະດັບຄາດຄະເນອັດຕາເຕີບໂຕດ້ານການຄ້າທົ່ວໂລກຈາກອັດຕາເຕີບໂຕໝັ້ນແກ່ນລົງລະດັບຊຸດໂຊມ, ພ້ອມທັງກ່າວເຕືອນຜົນກະທົບຈາກນະໂຍບາຍພາສີຂອງ ອາເມລິກາ ອາດຈະເຮັດໃຫ້ສະພາບການຊຸດໂຊມຢ່າງຮ້າຍແຮງທີ່ສຸດນັບແຕ່ຍອດສູງຂອງໂລກລະບາດໂຄວິດ-19. ລະອຽດ, ອົງການ WTO ຄາດຄະເນການຄ້າຈະຫຼຸດລົງ 0,2% ໃນປີນີ້  ໃນຂະນະທີ່ລະດັບຄາດຄະເນເມື່ອເດືອນຕຸລາແມ່ນຈະບັນລຸການເຕີບໂຕ 3%.

leftcenterrightdel
ທ່າກ່ຳປັ່ນ Long Beach, California. ພາບ: AFP/ສໍານັກຂ່າວສານຫວຽດນາມ

ຕາມອົງການ WTO ແລ້ວ, ຖ້າຫາກວ່າ ອາເມລິກາ ຈັດວາງອັດຕາພາສີເປີດກວ້າງຄົບຖ້ວນທີ່ໄດ້ຂຶ້ນແຜນແລ້ວນັ້ນ, ການເຕີບໂຕດ້ານການຄ້າສິນຄ້າຈະຫຼຸດລົງ 0,6 ຈຸດສ່ວນຮ້ອຍ, ດ້ວຍລະດັບຫຼຸດລົງຕື່ມອີກ 0,8 ຈຸດສ່ວນຮ້ອຍ ຍ້ອນຜົນກະທົບແຜ່ລາມອອກສູ່ຂົງເຂດການຄ້າທີ່ກ່ຽວຂ້ອງເຖິງ ອາເມລິກາ. WTO ຄາດຄະເນວ່າ ການຄ້າການບໍລິການຈະເຕີບໂຕ 4% ໃນປີ 2025 ແລະ 4,1% ໃນປີ 2026, ຕ່ຳກວ່າຫຼາຍເມື່ອທຽບໃສ່ລະດັບຄາດຄະເນແມ່ນ 5,1% ແລະ 4,8%.

ໂດຍ: ກວຽດເຕິມ