leftcenterrightdel
ຢ່າງໜ້ອຍສຸດມີ 1 ຄົນເສຍຊີວິດ ແລະ 6 ຄົນໄດ້ຮັບບາດເຈັບໃນເຫດຍິງປືນ. ພາບ: Wfmynews2

ຕາມສື່ມວນຊົນ ອາເມລິກາ ແລ້ວ, ຢ່າງໜ້ອຍສຸດມີ 1 ຄົນເສຍຊີວິດ ແລະ6 ຄົນໄດ້ຮັບບາດເຈັບໃນເຫດຍິງປືນຢູ່ມະຫາວິທະຍາໄລລັດ Florida (FUS) ໃນວັນທີ 17 ເມສາ, ຜູ້ຖືກສົງໄສຖືກຈັບຕົວແລ້ວ. ໃນຈຸດເວລາເກີດເຫດການ, ມີນັກສຶກສາກວ່າ 42.000 ຄົນພວມຮ່ຳຮຽນຢູ່ໃນໂຮງຮຽນ. ໂຮງໝໍ Tallahassee Memorial HealthCare ປະກາດວ່າ, ໄດ້ຮັບຄົນເຈັບ 6 ຄົນ, ໃນນັ້ນມີ 1 ຄົນພວມມີອາການຮ້າຍແຮງ ແລະບັນດາຜູ້ທີ່ຍັງເຫຼືອຖືກຮັບບາດເຈັບໜັກ. ກຳລັງທີ່ມີໜ້າທີ່ຮັບຜິດຊອບ ໄດ້ກວດເຫັນປືນ 3 ກະບອກ; ກະບອກໜຶ່ງຊອກເຫັນໃນຕົວຜູ້ຖືກສົງໄສ, ກະບອກໜຶ່ງແມ່ນຢູ່ໃນລົດໂອໂຕໃກ້ໆນັ້ນ ແລະປືນສັ້ນໃນຫໍປະຊຸມນັກສຶກສາ. ນີ້ແມ່ນການໃຊ້ຄວາມຮຸນແຮງດ້ວຍປືນກໍ່ເຮັດໃຫ້ມີຜູ້ເສຍຊີວິດຄັ້ງຫຼ້າສຸດທີ່ເກີດຂຶ້ນຢູ່ໃນໂຮງຮຽນແຫ່ງໜຶ່ງຂອງອາເມລິກາ ໃນຊຸມປີມໍ່ໆມານີ້.

ແຫຼ່ງຄັດຈາກ: vovworld.vn