ໃນບົດຂຽນສະບັບໜຶ່ງທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ X, ທ່ານ Rafael Grossi ເນັ້ນໜັກວ່າ ເລື່ອງອີຣານ ເຂົ້າຮ່ວມ ແລະຮ່ວມມືກັບ IAEA ແມ່ນສິ່ງທີ່ມີຄວາມຈຳເປັນ, ເປັນຕົ້ນແມ່ນໃນຈຸດເວລາບັນດາມາດຕະການທາງການທູດພວມນັບມື້ນັບຮີບດ່ວນ. ແຫຼ່ງຂ່າວການຕ່າງປະເທດເປີດເຜີຍວ່າ ການຢ້ຽມຢາມຂອງທ່ານ Rafael Grossi ຄາດວ່າຈະດຳເນີນໃນວັນທີ 17 ເມສາ. ນີ້ແມ່ນການຢ້ຽມຢາມອີຣານ ຄັ້ງທຳອິດຂອງທ່ານນັບແຕ່ເດືອນພະຈິກ ປີ 2024.

leftcenterrightdel
ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລາມານູສາກົນ (IAEA). ພາບ: Kyodo

ໃນວັນດຽວກັນ, ທ່ານ Esmaeil Baqaei ໂຄສົກກະຊວງການຕ່າງປະເທດອີຣານ ໄດ້ແຈ້ງໃຫ້ຊາບວ່າ ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດອີຣານ ຈະໄປຍັງມົດສະກູ ເພື່ອປຶກສາຫາລືກັບວົງການເຈົ້າໜ້າທີ່ລັດເຊຍ ກ່ຽວກັບການເຈລະຈານິວເຄຼຍຮອບໃໝ່ລະຫວ່າງ ອີຣານ ແລະ ອາເມລິກາ, ຄາດວ່າຈະດຳເນີນໃນວັນທີ 19 ເມສາ ຢູ່ Rome, ອີຕາລີ. ລັດເຊຍ ໄດ້ກ່າວສະໜັບສະໜູນການສົນທະນາລະຫວ່າງອີຣານ ແລະ ອາເມລິກາ ແລະຖືວ່າ ນີ້ແມ່ນໂອກາດເພື່ອຊອກຫາວິທີການທາງການທູດ, ພ້ອມທັງກ່າວເຕືອນວ່າ ການສູ້ຢັນກັນດ້ານການທະຫານຈະແມ່ນ “ວິນາດຕະກຳທົ່ວໂລກ”.

ແຫຼ່ງຄັດຈາກ: vovworld.vn