ໜັງສືພິມລາຍວັນ People’s Daily, ເຊິ່ງເປັນກະບອກສຽງຂອງຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ໄດ້ສະຫງວນທັງໜ້າທີ 1,ທີ 2, ສ່ວນໜຶ່ງຂອງໜ້າທີ 3 ແລະໜ້າທີ່ 5 ເພື່ອໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ແລະຄະນະຜູ້ແທນຂັ້ນສູງ ຈີນ ຢູ່ ຫວຽດນາມ, ບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບລະຫວ່າງສອງປະເທດ ແລະການພົວພັນຫວຽດນາມ - ຈີນ.

leftcenterrightdel
ໜັງສືພິມລາຍວັນ People’s Daily, ຂ່າວກ່ຽວກັບການເຄື່ອນໄຫວຂອງທ່ານ ສິຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ   ຢູ່ ຫວຽດນາມ. ພາບ: vov.vn

ສຳນັກຂ່າວສານ ຊີນຮວາ ໄດ້ໃຫ້ຂ່າວກ່ຽວກັບການພົບປະເຈລະຈາລະຫວ່າງເລຂາທິການໃຫຍ່ສອງທ່ານ. ບໍ່ພຽງແຕ່ໄດ້ລົງຂ່າວ, ບົດເປັນຈຳນວນຫຼາຍຂອງການຢ້ຽມຢາມ ແລະການພົວພັນ ຫວຽດນາມ - ຈີນ ເທົ່ານັ້ນ, ບັນດາອົງການສື່ມວນຊົນໃຫຍ່ຂອງຈີນ ຍັງໄດ້ແນະນຳສາລະຄະດີ, ຄຼິບ, ວິດີໂອກ່ຽວກັບວິຖີຊີວິດ, ອາຫານການກິນຂອງຊາວຮ່າໂນ້ຍ ແລະທັດຊະນີຍະພາບຂອງທົ່ວປະເທດຫວຽດນາມ ໃນສື່ສັງຄົມອອນໄລຕ່າງໆ ເພື່ອໃຫ້ປະຊາຊົນຈີນ ມີຄວາມເຂົ້າໃຈກ່ຽວກັບປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ ຫຼາຍກວ່າອີກ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ