ອາເມລິກາ ແລະອາຣັບບີ ຊະອຸດີ ຈະລົງນາມໃນຂໍ້ຕົກລົງດ້ານນິວເຄຼຍພົນລະເຮືອນ
ວັນທີ 13 ເມສາ, ທ່ານລັດຖະມົນຕີກະຊວງພະລັງງານອາເມລິກາ Chris Wright, ໃຫ້ຮູ້ວ່າ ອາເມລິກາ ແລະອາຣັບບີ ຊະອຸດີ ຈະລົງນາມໃນຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການພັດທະນານິວເຄຼຍພົນລະເຮືອນໃຫ້ແກ່ປະເທດເຂດອ່າວ.
ແຫຼ່ງຂໍ້ມູນທີ່ໄດ້ປະກາດຕໍ່ວົງການສື່ມວນຊົນຢູ່ນະຄອນຫຼວງ Riyadh ຂອງ ອາຣັບບີ ຊະອຸດີ, ພາຍຫຼັງການພົບປະລະຫວ່າງທ່ານ Chris Wright ແລະທ່ານລັດຖະມົນຕີກະຊວງພະລັງງານ ອາຣັບບີ ຊະອຸດີ, ສະເດັດເຈົ້າ Abdulaziz bin Salman. ທ່ານ Chris Wright ກໍ່ໃຫ້ຮູ້ວ່າ ລາຍລະອຽດຂອງຂໍ້ຕົກລົງນິວເຄຼຍພົນລະເຮືອນນີ້ອາດຈະໄດ້ປະກາດໃນທ້າຍປີນີ້.
ອົງມົງກຸດລາຊະກຸມມານ ອາຣັບບີ ຊະອຸດີ Mohammed bin Salman ແມ່ນການນຳຕ່າງປະເທດທຳອິດໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump, ພາຍຫຼັງທ່ານກັບຄືນທຳນຽບຂາວໃນວັນທີ 20 ມັງກອນ 2025. ໃນການໂອ້ລົມທາງໂທລະສັບ, ອົງມົງກຸດລາຊະກຸມມານ ອາຣັບບີ ຊະອຸດີ Mohammed bin Salman ໄດ້ໃຫ້ຄຳໝັ້ນສັນຍາລົງທຶນຢ່າງໜ້ອຍສຸດ 600 ຕື້ໂດລາສະຫະລັດ ເຂົ້າອາເມລິກາ ໃນໄລຍະຈະມາເຖິງ.
ແຫຼ່ງຄັດຈາກ: vovworld.vn