    |
 |
ບັນດາຜູ້ແທນ ປະຕິບັດພິທີເຄົາລົບທຸງທີ່ພິທີ. ພາບ: nhandan.vn |
ເຂົ້າຮ່ວມພິທີ ມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ລາວ; ພ້ອມດ້ວຍບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງຂອງພັກ, ລັດ, ລັດຖະບານ ແລະສະພາແຫ່ງຊາດລາວ ຜ່ານສະໄໝຕ່າງໆ; ຜູ້ຕາງໜ້າອົງການການທູດ ແລະອົງການຈັດຕັ້ງສາກົນ ປະຈໍາຢູ່ລາວ.
ທີ່ພິທີ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ຫວນຄືນໄລຍະປະຫວັດສາດອັນສະຫງ່າລາສີໃນຕະຫຼອດ 70 ປີ ຂອງພັກປະຊາຊົນປະຕິວັດ ລາວ; ຢັ້ງຢືນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດ ລາວ, ປະຊາຊົນລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກລໍາບາກ ແລະຍາດໄດ້ບັນດາໄຊຊະນະອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດ, ສ້າງສາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ.
    |
 |
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ກ່າວຄໍາເຫັນທີ່ພິທີ. ພາບ: nhandan.vn |
ສະຫາຍ ທອງລຸນ ສີສຸລິດ ເນັ້ນໜັກວ່າ ພັກປະຊາຊົນປະຕິວັດລາວ ຍາມ ໃດກໍເພື່ອຜົນປະໂຫຍດຂອງປະເທດ ແລະປະຊາຊົນລາວ, ຍາມໃດກໍສະໜິດຕິດພັນຢ່າງແໜ້ນແຟ້ນກັບມະຫາຊົນ ແລະຖືມະຫາຊົນແມ່ນກໍາລັງແຮງຂອງພັກ; ຍາມໃດກໍຖືຄວາມສາມັກຄີ, ເປັນເອກະພາບເປັນພື້ນຖານອັນໝັ້ນຄົງເພື່ອຮັກສາເອກະລາດ, ອິດສະຫຼະພາບ; ວາງອອກແນວທາງ, ແຜນນະໂຍບາຍ, ນະໂຍບາຍ ແລະນໍາພາ, ຊີ້ນໍາພາລະກິດປະຕິວັດ ຢູ່ລາວ.
ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ລາວ, ພາຍຫຼັງປະເທດ ລາວ ໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກປະຊາຊົນປະຕິວັດ ລາວ ໄດ້ກາຍເປັນພັກກໍາອໍານາດຢູ່ລາວ ແລະເປັນເສົາຄໍ້ານໍາພາລະບົບການເມືອງ ແລະທົ່ວສັງຄົມລາວ ປະຕິບັດບັນດາໜ້າທີ່ຍຸດທະສາດ, ຮັກສາສະຖຽນລະພາບດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການປັບປຸງຢ່າງໝັ້ນແກ່ນ, ເສດຖະກິດເຕີບໂຕ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ ໄດ້ຮັບປະກັນ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ, ການພົວພັນຕ່າງປະເທດ ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ.
    |
 |
ບັນດາສະຫາຍການນໍາພັກ, ລັດລາວ ຜ່ານສະໄໝຕ່າງໆ ທີ່ພິທີ. ພາບ: nhandan.vn |
ສະຫາຍ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ ເມື່ອຫວນຄືນໄລຍະແຫ່ງການຕໍ່ສູ້ທີ່ຫຍຸ້ງຍາກລໍາບາກ, ພິລະອາດຫານ, ດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ແລະບັນດາໄຊຊະນະອັນສະຫງ່າລາສີຂອງຊາດລາວ ພາຍໃຕ້ການນໍາພາຢ່າງໝັ້ນຄົງເຂັ້ມແຂງ, ມີຫົວຄິດປະດິດສ້າງຂອງພັກປະຊາຊົນປະຕິວັດລາວ, ພະນັກງານ ແລະປະຊາຊົນລາວ ຍິ່ງຮູ້ສຶກເອກອ້າງທະນົງໃຈ, ຮູ້ສຶກເປັນກຽດ ເມື່ອເຫັນວ່າ ພັກປະຊາຊົນປະຕິວັດ ລາວ ໄດ້ສືບທອດ ແລະເສີມຂະຫຍາຍມູນເຊື້ອພິລະອາດຫານຂອງປະເທດ ລາວ, ນໍາປະຊາຊົນ ລາວ ວິລະຊົນ ຂຶ້ນສູ່ລະດັບສູງໃໝ່.
ເນື່ອງໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະສົ່ງຄໍາຂອບໃຈຢ່າງຈິງໃຈມາຍັງບັນດາພັກການເມືອງ ແລະອົງການຈັດຕັ້ງສາກົນ, ພິເສດແມ່ນພັກກອມມູນິດຫວຽດນາມ, ກໍຄື ປະຊາຊົນບັນດາປະເທດເພື່ອນມິດ, ບັນດາປະເທດຄູ່ຮ່ວມຍຸດທະສາດ, ຄູ່ຮ່ວມພັດທະນາ ທີ່ຍາມໃດກໍສະໜັບສະໜູນ ແລະຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ ແລະພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຂອງພັກປະຊາຊົນປະຕິວັດ ລາວ ແລະຂອງປະຊາຊົນ ລາວ ບັນດາເຜົ່າ ໃນຕະຫຼອດໄລຍະທີ່ຜ່ານມາ.
ໂດຍ: ໄຊຊະນະ