ຕາມຖະແຫຼງການຈາກ ວັງ Elysee ແລ້ວ, ກອງປະຊຸມສຸດຍອດ ໄດ້ດຳເນີນຢູ່ Grand Palais ຢູ່ ປາຣີ, ບ່ອນທີ່ 61 ປະເທດ, ໃນນັ້ນມີຝລັ່ງ, ອິນເດຍ ແລະຈີນ, ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບຫຼັກການດັ່ງກ່າວ. ເຖິງຢ່າງໃດກໍຕາມ, ສິ່ງທີ່ໜ້າສົນໃຈ, ນັ້ນແມ່ນ ອາເມລິກາ ແລະ ອັງກິດ ບໍ່ລົງນາມໃນຂໍ້ຕົກລົງສຸດທ້າຍຂອງກອງປະຊຸມ, ດ້ວຍເຫດຜົນຜົນປະໂຫຍດແຫ່ງຊາດ ແລະ ຄວາມວິຕົກກັງວົນກ່ຽວກັບຂໍ້ຕົກລົງ.
ຖະແຫຼງການຮ່ວມໄດ້ເນັ້ນໜັ້ກບັນດາບັນຫາກ່ຽວຂ້ອງເຖິງ AI ແລະ ພະລັງງານ ຊຶ່ງໄດ້ຮັບການແກ້ໄຂ “ເປັນຄັ້ງທຳອິດ” ໃນສະພາວະຫຼາຍຝ່າຍ. ຖະແຫຼງການສະບັບນີ້ ກໍຍົກໃຫ້ເຫັນຢ່າງພົ້ນເດັ່ນຄວາມຕ້ອງການຍົກສູງຄວາມຮັບຮູ້ກ່ຽວກັບຜົນກະທົບຂອງ AI ຕໍ່ຕະຫຼາດແຮງງານ ແລະ ຊຸກຍູ້ບັນດາເຕັກໂນໂລຢີກຳນົດທິດຕັ້ງໜ້າອະນາຄົດຂອງຂະແໜງ. ບັນດາຝ່າຍທີ່ໄດ້ເຂົ້າຮ່ວມໃນການລົງນາມໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການສົມທົບໃນການຄຸ້ມຄອງ AI ແລະ ສະກັດກັ້ນສະພາບການລິຂະສິດຕະຫຼາດເພື່ອໃຫ້ AI ເຂົ້າເຖິງໄດ້ງ່າຍກວ່າ ແລະ ຍົກໃຫ້ເຫັນຄວາມຕ້ອງການຕ້ອງບັນລຸໄດ້ຄວາມຄືບໜ້າໃນການຮັບປະກັນລັກສະນະປິດລັບ ແລະຄວາມໄວ້ວາງໃຈຂອງ AI ແລະ ຊີ້ແຈ້ງວ່າ AI “ຍືນຍົງ” ຕໍ່ສັງຄົມ ແລະ ພັດທະນາຕ້ອງແມ່ນບຸລິມະສິດແຖວໜ້າ.
ແຫຼ່ງຄັດຈາກ: vovworld.vn
Type the code from the image