ວັນທີ 10 ຕຸລາ, ໃນບາດກ້າວສຳຄັນມຸ່ງໄປເຖິງການສ້າງຕັ້ງເຂດກາຊາ ຄືນໃຫມ່, ຢູ່ນະຄອນ Ramallah ໂຄງການພັດທະນາຂອງສະຫະປະຊາຊາດ (UNDP) ພ້ອມກັບອົງການກໍ່ສ້າງ ອາຣັບ ແລະ ສາກົນ ຢູ່ ປາແລດສະຕິນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MoU)  ລວມມູນຄ່າ 80 ລ້ານ USD. ນີ້ໄດ້ຮັບຖືວ່າ ແມ່ນຂໍ້ຕົກລົງສ້າງຕັ້ງຄືນໃຫມ່ສະບັບທຳອິດ ນັບແຕ່ເມື່ອຄຳສັ່ງຢຸດຍິງລະຫວ່າງ ອິດສະຣາແອນ ແລະ ຮາມາດສ ມີຜົນສັກສິດ.

leftcenterrightdel
ສະພາບການຢູ່ເຂດ ກາຊາ. ພາບ: ສໍານັກຂ່າວສານຫວຽດນາມ

ລັດຖະບານ ຂອງທ່ານນາຍົກລັດຖະມົນຕີ ປາແລດສະຕິນ ຄາດວ່າ ການຜັນຂະຫຍາຍແຜນການສັງລວມໃນໄລຍະຈະມາເຖິງ ລວມມີ 3 ໄລຍະ: ໂຄງການ 6 ເດືອນ ເພື່ອແກ້ໄຂສະພາບຮີບດ່ວນ, ແຜນການ 3 ປີຫັນປ່ຽນຈາກການຫນູນຊ່ວຍໄປຍັງການຟື້ນຟູເສດຖະກິດ ແລະ ຍຸດທະສາດສ້າງຕັ້ງຄືນໃຫມ່ຢ່າງຮອບດ້ານທີ່ແກ່ຍາວ 10 ປີ ໂດຍມີການຮ່ວມມືຂອງທະນາຄານໂລກ (WB), ສະຫະພາບເອີລົບ (ອີຢູ) ແລະ ສະຫະປະຊາຊາດ.

ແຫຼ່ງຄັດຈາກ: vovworld.vn