ຕອນຄ່ຳວັນທີ 10 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ລົງນາມໃນລັດຖະດຳລັດວ່າດ້ວຍການຈັດວາງອັດຕາພາສີເພີ່ມແຕ່ 10% ຂຶ້ນລະດັບ 25% ສຳລັບປະເພດສິນຄ້າເຫຼັກກ້າ ແລະອາລູມີນຽມນຳເຂົ້າປະເທດນີ້ ຢ່າງເປັນທາງການ. ເມື່ອກ່າວຄຳເຫັນຂະນະລົງນາມໃນລັດຖະດຳລັດສະບັບດັ່ງກ່າວ, ທ່ານປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ອັດຕາພາສີ 25% “ບໍ່ມີກໍລະນີພິເສດ ຫຼື ການຍົກເວັ້ນ” ແລະ ມີຜົນສັກສິດແຕ່ວັນທີ 04 ມີນາ. ການນຳ ອາເມລິກາ ໃຫ້ຮູ້ວ່າ ຈະພິຈາລະນາການຈັດວາງອັດຕາພາສີສຳລັບລົດໂອໂຕ, ຜະລິດຕະພັນການຢາ ແລະ ຊິບ ຄອມພິວເຕີອີກດ້ວຍ.

leftcenterrightdel
ອາເມລິກາ ນາບຂູ່ຈັດວາງອັດຕາພາສີໃໝ່. ພາບ:Getty Images

ທ່ານ Peter Navarro  ທີ່ປຶກສາການຄ້າຂອງທ່ານປະທານາທິບໍດີ Donald Trump  ເນັ້ນໜັກວ່າ ຂໍ້ຕົກລົງສະບັບນີ້ບໍ່ພຽງແຕ່ແນໃສ່ຈຸດປະສົງການຄ້າເທົ່ານັ້ນ, ຫາກຍັງຢາກຮັບປະກັນວ່າ ອາເມລິກາ ຈະບໍ່ເອື່ອຍອີງຕ່າງປະເທດໃນບັນດາຂົງເຂດອຸດສາຫະກຳສຳຄັນ, ຄື: ເຫຼັກກ້າ ແລະ ອາລູມີນຽມ. ຕາມທ່ານແລ້ວ, ພາສີເຫຼັກກ້າ ແລະ ອາລູມີນຽມໃນຄັ້ງນີ້ ຈະຢຸດຕິສະພາວະຂາຍບຸບລາຄາຂອງຕ່າງປະເທດ, ຊຸກຍູ້ການຜະລິດພາຍໃນປະເທດ ແລະປົກປ້ອງຂະແໜງອຸດສາຫະກຳເຫຼັກກ້າ ແລະ ອາລູມີນຽມ ຄືດັ່ງ “ກະດູກສັນຫຼັງ ແລະ ເສົາຄ້ຳ” ຂອງພື້ນຖານເສດຖະກິດ ແລະ ການປ້ອງກັນຄວາມໝັ້ນຄົງແຫ່ງຊາດຂອງ ອາເມລິກາ.

ແຫຼ່ງຄັດຈາກ: vovworld.vn