leftcenterrightdel
ພາບປະກອບ: THX/ສໍານັກຂ່າວສານຫວຽດນາມ

ວັນທີ 9 ກຸມພາ, ກະຊວງການຕ່າງປະເທດ ອີຢິບ ໄດ້ແຈ້ງໃຫ້ຊາບວ່າ ປະເທດນີ້ຈະຈັດກອງປະຊຸມວິສາມັນສຸດຍອດກຸ່ມ ອາຣັບ ໃນທ້າຍເດືອນນີ້ ເພື່ອປຶກສາຫາລືກ່ຽວກັບບັນດາການຜັນແປທີ່ຖືກພັນລະນາວ່າເປັນໜ້າວິຕົກກັງວົນເຊິ່ງກ່ຽວຂ້ອງເຖິງບັນຫາ ປາແລັດສະຕິນ. ແຈ້ງການຂອງກະຊວງການຕ່າງປະເທດ ອີຢີບ ໃຫ້ຮູ້ວ່າ ກອງປະຊຸມຈະຈັດຂຶ້ນໃນວັນທີ 27 ກຸມພາ ໂດຍມີການເຂົ້າຮ່ວມຂອງການນຳ ອາຣັບ ຫຼາຍທ່ານ ແລະທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas.

ກະຊວງການຕ່າງປະເທດ ອີຢິບ ຊີ້ແຈ້ງວ່າ ກອງປະຊຸມໄດ້ຈັດຂຶ້ນໃນສະພາບການພວມມີການຄັດຄ້ານ ແລະຕຳໜິຕິຕຽນໃນຫາງສຽງສາກົນຢ່າງກວ້າງຂວາງຕໍ່ການສະເໜີຂອງທ່ານປະທານາທິບໍດີອາເມລິກາ Donald Trump ກ່ຽວກັບການຮັບປົກຄອງເຂດ ກາຊາ ແລະສ້າງເຂດຕັ້ງຖິ່ນຖານຄົງທີ່ຊາວ ປາແລັດສະຕິນ ຢູ່ນອກເຂດດິນແດນດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn