ອິດສະຣາແອນ ເຈລະຈາກັບ ຮາມາດສ ກ່ຽວກັບໄລຍະ 2 ຂອງຂໍ້ຕົກລົງຢຸດຍິງ
ອິດສະຣາແອນ ໄດ້ປ່ອຍຕົວສະເລີຍເສິກປາແລດສະຕິນ 183 ຄົນ ໃນບັ້ນແລກປ່ຽນສະເລີຍເສິກ ຄັ້ງທີ 5 ຂຶ້ນກັບໄລຍະທຳອິດຂອງຂໍ້ຕົກລົງຢຸດຍິງ. ສ່ວນຝ່າຍ ຮາມາດສ ປ່ອຍຕົວອິດສະຫລະໃຫ້ແກ່ຕົວປະກັນຊາວອິດສະຣາແອນ 3 ຄົນ.
ວັນທີ 8 ກຸມພາ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອນ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ອອກຄຳສັ່ງຈັດສົ່ງຄະນະເຈລະຈາໄປຍັງ ໂດຮາ, ກາຕາ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບຂໍ້ຕົກລົງຢຸດຍິງ ຢູ່ ເຂດກາຊາ. ຂໍ້ຕົກລົງນີ້ໄດ້ຍົກອອກມາພາຍຫລັງ ອິດສະຣາແອນ ແລະຮາມາດສ ສຳເລັດຄັ້ງແລກປ່ຽນຕົວປະກັນ ແລະສະເລີຍເສິກ ຄັ້ງທີ 5 ໃນວັນດຽວກັນ.
ອິດສະຣາແອນ ໄດ້ປ່ອຍຕົວສະເລີຍເສິກ ປາແລດສະຕິນ 183 ຄົນ ໃນບັ້ນແລກປ່ຽນສະເລີຍເສິກ ຄັ້ງທີ 5 ຂຶ້ນກັບໄລຍະທຳອິດຂອງຂໍ້ຕົກລົງຢຸດຍິງ. ສ່ວນຝ່າຍ ຮາມາດສ ປ່ອຍຕົວອິດສະຫລະໃຫ້ແກ່ຕົວປະກັນ ຊາວອິດສະຣາແອນ 3 ຄົນ.
ກ່ຽວຂ້ອງເຖິງສະພາບການຢູ່ ເຂດກາຊາ, ຫນັງສືພິມ Al-Ahram ຂອງ ອີຢິບ ວັນທີ 8 ກຸມພາ ໄດ້ໃຫ້ຂ່າວວ່າ Cairo ໄດ້ຮັບສານຈາກ ອິດສະຣາແອນ ໂດຍຢັ້ງຢືນຄຳໝັ້ນສັນຍາຂອງປະເທດນີ້ ໃນການປະຕິບັດຕາມສົນທິສັນຍາສັນຕິພາບປີ 1979 ກັບ ອີຢີບ ກໍ່ຄືສານຈາກ ອາເມລິກາ ຊີ້ແຈ້ງວ່າ ວໍຊິງຕັນ ບໍ່ມີເຈດຕະນາປະທະກັນກັບ ອີຢີບ ຫລືບັນດາປະເທດ ອາຣັບອື່ນ.
ແຫຼ່ງຄັດຈາກ: vovworld.vn