ໃນວັນດຽວກັນ, ຫຼາຍປະເທດ ແລະອົງການຈັດຕັ້ງສາກົນສືບຕໍ່ຮຽກຮ້ອງຈົ່ງລະງັບໃຈ ແລະຊຸກຍູ້ມາດຕະການທາງການທູດແນໃສ່ສະກັດກັ້ນບໍ່ໃຫ້ການປະທະກັນເພີ່ມຂຶ້ນຢູ່ຕາເວັນອອກກາງ. ວັນທີ 16 ມີນາ, ທ່ານ Majed al-Ansari ໂຄສົກກະຊວງການຕ່າງປະເທດ ກາຕາ ເນັ້ນໜັກວ່າ ການເຈລະຈາທາງການທູດກັບ ອີຣານ ສາມາດດຳເນີນໄປໄດ້ຖ້າຫາກວ່າ ເຕເຮຣານ ຢຸດຕິບັນດາບັ້ນບຸກໂຈມຕີດ້ວຍລູກສອນໄຟ ແລະເຄື່ອງບິນບໍ່ມີຄົນຂັບເລັ່ງໃສບັນດາປະເທດເຂດອ່າວ, ພ້ອມທັງຮຽກຮ້ອງໃຫ້ ອີຣານ ຈົ່ງຢຸດຕິບັນດາການກະທຳດ້ານການທະຫານໂດຍທັນທີ. ໃນຂະນະນັ້ນ, ທີ່ການປຶກສາຫາລື, ທ່ານ Badr Abdelatty ລັດຖະມົນຕີການຕ່າງປະເທດ ອີຢີບ ແລະຜູ້ຮ່ວມຕຳແໜ່ງ, ທ່ານ Oman Sayyid Badr bin Hamad Al Busaidi ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການສົມທົບກັນເພື່ອແນໃສ່ຈຳກັດຄວາມເຄັ່ງຕຶງ. ສອງຝ່າຍຢັ້ງຢືນຄວາມສຳຄັນຂອງບັນດາມາດຕະການທາງການທູດ ເພື່ອສະກັດກັ້ນບໍ່ໃຫ້ການປະທະກັນແຜ່ລາມອອກສູ່ວົງກວ້າງ.

ແຫຼ່ງຄັດຈາກ: vovworld.vn