ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ເຊີແນວ (ສະວິດ), ທ່ານ Thameen Al-Kheetan  ໂຄສົກຂອງຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ ໄດ້ເນັ້ນໜັກເຖິງເລື່ອງຕ້ອງມີການສືບສວນຢ່າງທັນການ, ເປັນເອກະລາດ ແລະຈະແຈ້ງ. ຕາມທ່ານແລ້ວ, ໝາກຜົນຂອງການສືບສວນຕ້ອງໄດ້ຮັບການເປີດເຜີຍ ແລະບັນດາຜູ້ຖືກປະສົບເຄາະຮ້າຍກໍຄືຄອບຄົວຜູ້ປະສົບເຄາະຮ້າຍມີສິດໄດ້ຮັບການຊົດໃຊ້.

ໃນວັນດຽວກັນ, ສະຫະພາບເອີຣົບ (EU) ຮຽກຮ້ອງໃຫ້ ອາບການິດສະຖານ ແລະປາກິດສະຖານ ລະງັບໃຈພາຍຫຼັງເຫດບຸກໂຈມຕີທາງອາກາດຢູ່ Kabul. EU ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈຢ່າງສຸດຂີດ ແລະປະຕິບັດທຸກມາດຕະການທີ່ມີຄວາມເປັນໄປໄດ້ແນໃສ່ຫຼຸດຜ່ອນຄວາມສ່ຽງເສຍຫາຍໃຫ້ແກ່ສາມັນຊົນ.

ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວຢູ່ ບຣຸກແຊນ, ທ່ານ Anouar El Anouni  ໂຄສົກຂອງຄະນະກຳມະການເອີຣົບ ຖືວ່າ “ເຫດບຸກໂຈມຕີທີ່ເລັ່ງໃສ່ຮາກຖານສາທາລະນະສຸກນັ້ນແມ່ນບາດກ້າວເພີ່ມຄວາມເຄັ່ງຕຶງໃໝ່ ແລະອັນຕະລາຍຕ້ອງໄດ້ຮັບການຢຸດຕິຍິ່ງໄວກໍຍິ່ງດີ.”

ແຫຼ່ງຄັດຈາກ: vovworld.vn