ບໍ່ມີຜູ້ລອດຕາຍໃນອຸບັດຕິເຫດເຮືອບິນຢູ່ ອາເມລິກາ
ທ່ານປະທານາທິບໍດີ Donald Trump ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສືບສວນ ເພື່ອຊອກເຫັນສາຍເຫດຂອງອຸບັດຕິເຫດດັ່ງກ່າວ, ພ້ອມທັງຮັບປະກັນບັນດາເຫດການຄ້າຍຄືກັນຈະບໍ່ເກີດຂຶ້ນໃນອະນາຄົດ.
|
|
ພາບ: Reuters/ສໍານັກຂ່າວສານຫວຽດນາມ |
ບໍ່ມີຜູ້ໃດລອດຕາຍໃນເຫດການເຮືອບິນ CRJ700 Bombardier ຂອງບໍລິສັດ American Airlines ທີ່ຂົນສົ່ງຜູ້ໂດຍສານ 64 ຄົນ ແລະ ຈຸບິນ ຊຶ່ງໄດ້ຕ່ຳກັບເຮືອບິນເອລີກອບແຕ BlackHawk ຂອງກອງທັບ ອາເມລິກາ ທີ່ມີທະຫານ 3 ຄົນ ເກີດຂຶ້ນໃນຕອນຄ່ຳວັນທີ 29 ມັງກອນ. ຂ່າວດັ່ງກ່າວ ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດໃນການຖະແຫຼງຂ່າວຈັດຂຶ້ນໃນວັນທີ 30 ມັງກອນຢູ່ນະຄອນຫຼວງ ວໍຊິງຕັນ.
ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ, ບັນດາໜ່ວຍກູ້ໄພກູ້ຊີບ ໄດ້ຜັນຂະຫຍາຍຕະຫຼອດຄືນພ້ອມກັບກຳລັງລາດຕາເວັນ ແລະກຳລັງທ້ອງຖິ່ນ, ລັດ, ສະຫະລັດ ແລະກອງທັບເພື່ອກູ້ໄພກູ້ຊີບບັນດາຜູ້ປະສົບເຄາະຮ້າຍ, ແຕ່ເຖິງແນວນັ້ນກໍ່ຕາມ, ທັງໝົດ 67 ຄົນໃນເຮືອບິນ 2 ລຳໄດ້ເສຍຊີວິດ. ບັນດາຜູ້ເສຍຊີວິດແມ່ນຢູ່ລັດ Kansas, ນະຄອນຫຼວງວໍຊິງຕັນ ແລະ ທັງພົນລະເມືອງຕ່າງປະເທດ, ໃນນັນມີຊາວ ລັດເຊຍ.
ທ່ານປະທານາທິບໍດີ Donald Trump ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສືບສວນ ເພື່ອຊອກເຫັນສາຍເຫດຂອງອຸບັດຕິເຫດດັ່ງກ່າວ, ພ້ອມທັງຮັບປະກັນບັນດາເຫດການຄ້າຍຄືກັນຈະບໍ່ເກີດຂຶ້ນໃນອະນາຄົດ.
ແຫຼ່ງຄັດຈາກ: vovworld.vn