leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin. ພາບ: THX/ສໍານັກຂ່າວສານຫວຽດນາມ.

ຢູ່ນອກກອງປະຊຸມສຸດຍອດ BRICS ທີ່ໄດ້ດຳເນີນຢູ່ນະຄອນ Kazan, ວັນທີ 22 ຕຸລາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ມີການເຈລະຈາກັບທ່ານປະທານປະເທດຈີນ ສີຈິ້ນຜິງ ເພື່ອປຶກສາຫາລືບັນດາບັນຫາສອງຝ່າຍ ແລະສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານປະທານປະເທດຈີນ ສີຈິ້ນຜິງ ຖືວ່າ ກົນໄກຮ່ວມມື BRICS ແມ່ນກຳລັງຫຼັກແຫຼ່ງໃນການຊຸກຍູ້ໂລກຫຼາຍຂົ້ວຢ່າງມີຄວາມສະເໝີພາບ ແລະມີຄວາມເປັນລະບຽບຮຽບຮ້ອຍ, ກໍ່ຄືການຫັນເສດຖະກິດເປັນໂລກາພິວັດມີຜົນປະໂຫຍດ ແລະມີລັກສະນະກວມລວມ. ການນຳຈີນ ຫວັງວ່າການປຶກສາຫາລືຢ່າງເລິກເຊິ່ງ ແລະກວ້າງຂວາງກັບທ່ານ Putin ແລະບັນດາການນຳອື່ນໆກ່ຽວກັບການພັດທະນາຂອງກົນໄກຮ່ວມມື BRICS ໃນອະນາຄົດ, ເພື່ອແນໃສ່ນຳມາເຊິ່ງກາລະໂອກາດຫຼາຍຢ່າງໃຫ້ແກ່ບັນດາປະເທດຢູ່ຂົ້ວທິດໃຕ້.

ສ່ວນທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ ທ່ານຢາກເພີ່ມທະວີການພົວພັນລະຫວ່າງ ລັດເຊຍ ແລະຈີນ ເພື່ອຊຸກຍູ້ສະຖຽນລະພາບທົ່ວໂລກ. ການຮ່ວມມືລະຫວ່າງ ລັດເຊຍ-ຈີນ ໃນບັນດາບັນຫາຂອງໂລກສວມບົດບາດແມ່ນປັດໄຈຮັກສາສະຖຽນລະພາບບົນເວທີສາກົນ.

ແຫຼ່ງຄັດຈາກ: vovworld.vn