leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະທ່ານປະທານາທິບໍດີເຢຍລະມັນ Frank-Walter Steinmeier ທີ່ Berlin ໃນວັນທີ 18 ຕຸລາ 2024. ພາບ: AA/ສໍານັກຂ່າວສານຫວຽດນາມ

ໃນກອງປະຊຸມຖະແຫຼງຂ່າວຮ່ວມ, ເມື່ອເຕື້ອງເຖິງການປະທະກັນຢູ່ຢູແກຼນ, ທ່ານນາຍົກລັດຖະມົນຕີເຢຍລະມັນ Olaf Scholz ໄດ້ຢັ້ງຢືນຄືນທັດສະນະຂອງ Berlin ແລະ Washington ຈະຮັກສາການສະໜັບສະໜູນ Kiev. ສ່ວນທ່ານປະທານາທິບໍດີ ອາເມລິກາ Joe Biden ຮຽກຮ້ອງໃຫ້ບັນດາປະເທດພັນທະມິດຂອງ ຢູແກຼນ ຮັກສາຄວາມມາພະຍາຍາມຊ່ວຍເຫຼືອ Kiev, ພິເສດແມ່ນໃນລະດູໜາວທີ່ຈະມາເຖິງນີ້.

ກ່ຽວກັບສະພາບການຢູ່ຕາເວັນອອກກາງ, ການນຳສອງທ່ານຢັ້ງຢືນວ່າ ມີຄວາມເຫັນດີເປັນເອກະພາບມານະພະຍາຍາມຢ່າງສຸດຂີດເພື່ອຫຼີກລ້ຽງກໍລະນີປະທະກັນຢູ່ພາກພື້ນປິນຂັ້ນໄດ. ທ່ານນາຍົກລັດຖະມົນຕີເຢຍລະມັນ ຫວັງວ່າ ເລື່ອງຫົວໜ້າກຳລັງ ຮາມາດສ ທ່ານ Jahja al-Sinwar ເສຍຊີວິດ ອາດຈະເປີດແງ່ຫວັງບັນລຸໄດ້ຄຳສັ່ງຢຸດຍິງຢູ່ເຂດກາຊາ ແລະຂໍ້ຕົກລົງປ່ອຍຕົວປະກັນທີ່ຖືກ ຮາມາດສ ກັກຂັງ. ໃນຂະນະນັ້ນ, ທ່ານປະທານາທິບໍດີ Joe Biden ໃຫ້ຂໍ້ສັງເກດວ່າ ນີ້ແມ່ນໂອກາດເພື່ອຊອກຫາເສັ້ນທາງພາໄປເຖິງສັນຕິພາບ ແລະອະນາຄົດທີ່ສົດໃສກວ່າຢູ່ເຂດກາຊາ.

ແຫຼ່ງຄັດຈາກ: vovworld.vn