ກ່າວຄຳເຫັນທີ່ການຖະແຫລງຂ່າວ ເພື່ອລາຍງານກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ຢູ່ ກາຢານ ສະຫະພັນລັດເຊຍ, ຕອນບ່າຍວັນທີ 21 ຕຸລາ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ອິນເດຍ Vikram Misri ໃຫ້ຮູ້ວ່າ: ຂໍ້ຕົກລົງນີ້ແມ່ນບາດກ້າວທຳອິດເພື່ອມຸ່ງໄປເຖິງການຖອນກຳລັງທະຫານຂອງສອງປະເທດອອກຈາກບ່ອນຂັດແຍ້ງກັນຢູ່ລຽບຕາມເສັ້ນທາງ LAC.

leftcenterrightdel
ພົນທະຫານຂອງ ອິນເດຍ ລາດຕະເວນຢູ່ Gagangir,  ເຂດຊາຍແດນລະຫວ່າງ ອິນເດຍ ແລະ ຈີນ. ພາບ:  AFP/ສໍານັກຂ່າວສານຫວຽດນາມ.

ຕໍ່ຈາກນັ້ນ ອິນເດຍ ແລະຈີນ ຈະແກ້ໄຂບັນຫາທີ່ເກີດຂຶ້ນນັບແຕ່ພາຍຫລັງເກີດການປະທະກັນລະຫວ່າງພົນທະຫານສອງຝ່າຍຢູ່ເຂດຕາເວັນອອກ Ladakh ເມື່ອເດືອນ ມິຖຸນາປີ 2020. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວສຳຄັນໃນການຫລຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ ແລະເປີດກາລະໂອກາດໃຫ້ແກ່ການພົບປະສອງຝ່າຍລະຫວ່າງການນຳຂັ້ນສູງ ອິນເດຍ ແລະຈີນ ຢູ່ ກອງປະຊຸມສຸດຍອດ BRICS ໃນຊຸມມື້ຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn