leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດຝລັ່ງ Jean Noel Barrot ກັບຄູ່ຕຳແໜ່ງ ຢູແກຼນ Andrii Sybiha. ພາບ: ກະຊວງການຕ່າງປະເທດຝລັ່ງ

ກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວ ພາຍຫຼັງການພົບປະກັບຄູ່ຕຳແໜ່ງ ຢູແກຼນ Andrii Sybiha, ທ່ານລັດຖະມົນຕີການ​ຕ່າງ​ປະ​ເທດຝລັ່ງ ໄດ້ສະແດງຄວາມສະໜັບສະໜູນກັບແນວຄວາມຄິດເຊີນ ຢູແກຼນ ເຂົ້າຮ່ວມ NATO, ແລະ ໃຫ້ຮູ້ວ່າ ປາຣີ ພວມປຶກສາຫາລືກັບບັນດາພັນທະມິດກ່ຽວກັບບັນຫານີ້.

ການຢ້ຽມຢາມຂອງທ່ານລັດຖະມົນຕີການ​ຕ່າງ​ປະ​ເທດຝລັ່ງ ໄດ້ດຳເນີນພາຍຫຼັງທີ່ທ່ານປະທານາທິບໍດີ ຢູແກຼນ  Volodymyr Zelensky ປະກາດແຜນການ 5 ປະການ, ໃນນັ້ນມີຄຳຮຽກຮ້ອງ NATO ເຊີນ ຢູແກຼນ ເຂົ້າຮ່ວມກຸ່ມໃນທັນທີ. NATO ເຄີຍປາດກາດວ່າ ຢູແກຼນ ຈະກາຍເປັນສະມາຊິກຂອງສຳພັນທະມິດການທະຫານນີ້ ໃນມື້ໃດມື້ໜຶ່ງ ແຕ່ກໍຢັ້ງຢືນວ່າ Kiev ບໍ່ສາມາດເຂົ້າຮ່ວມກຸ່ມໄດ້ເມື່ອຍັງເກີດການປະທະກັນກັບ ລັດເຊຍ.

ແຫຼ່ງຄັດຈາກ: vovworld.vn