leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin. ພາບ: TASS

ໃນຕອນທຳອິດທີ່ການພົບປະ, ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ ບັນດາປະເທດ BRICS, ລວມທັງ: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ, ອາຟະລິກາໃຕ້, ອີຢິບ, ເອທີໂອປີ, ອີຣານ, ອາຣັບບິ ຊະອຸດິ ແລະສະຫະລັດ ອາຣັບ ເອມມີເລດ, ປັດຈຸບັນກວມເອົາ 33% ເນື້ອທີ່ດິນທັງໝົດ ແລະ 45% ຈຳນວນປະຊາກອນໂລກ, ວົງເງິນການຄ້າໃນກຸ່ມສືບຕໍ່ເພີ່ມຂຶ້ນສຸງ. ທ່ານປະທານາທິບໍດີລັດເຊຍ ໄດ້ຢັ້ງຢືນເຖິງກຳລັງບົ່ມຊ້ອນພັດທະນາເສດຖະກິດຂອງບັນດາປະເທດ BRICS.

ເມື່ອຕອບຄຳຖາມທີ່ກ່ຽວຂ້ອງເຖິງການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ, ທ່ານປະທານາທິບໍດີ Putin ຊີ້ແຈ້ງວ່າ ລັດເຊຍ ພ້ອມແລ້ວທີ່ຈະເຈລະຈາກັບ ຢູແກູນ. ສະຖານທີ່ເຈລະຈາຄັ້ງນີ້ ອາດຈະຈັດຢູ່ ອາຣັບບິ ຊະອຸດິ. ກ່ຽວຂ້ອງເຖິງເລື່ອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ສະເໜີຢາກມີອາວຸດນິວເຄຼຍ, ທ່ານປະທານາທິບໍດີລັດເຊຍ ຢັ້ງຢືນວ່າ ແນ່ນອນວ່າ ລັດເຊຍ ບໍ່ຍອມຮັບສິ່ງດັ່ງກ່າວ. ເລື່ອງສິ້ນສຸດການປະທະກັນຂຶ້ນກັບຝ່າຍຢູແກຼນ, ບັນດາບັນຫາຄວນຕ້ອງແກ້ໄຂໃນໂຕະເຈລະຈາ.

ແຫຼ່ງຄັດຈາກ: vovworld.vn