ພິທີຮັບດໍາລົງຕໍາແໜ່ງໄດ້ຈັດຂຶ້ນຢູ່ທີ່ອາຄານ Nusantara, ອາຄານປະສົມລັດຖະສະພາ Senayan, ຈາກາຕາ. ມີປະມຸກລັດ ແລະການນຳຂັ້ນສູງຂອງ 30 ກວ່າປະເທດ ໄດ້ເຂົ້າຮ່ວມພິທີມອບ-ຮັບອຳນາດການນຳປະເທດອິນໂດເນເຊຍ. ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດຫວຽດນາມ ເຂົ້າຮ່ວມພິທີ.

leftcenterrightdel
ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດຫວຽດນາມ ເຂົ້າຮ່ວມພິທີຮັບດໍາລົງຕໍາແໜ່ງຂອງປະທານາທິບໍດີອິນໂດເນເຊຍ ຄົນໃໝ່. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Prabowo Subianto ປະທານາທິບໍດີ ແລະທ່ານ Gibran Rakabuming Raka ຮອງປະທານາທິບໍດີ ໄດ້ກ່າວຄຳສາບານຕົວເຂົ້າຮັບດໍາລົງຕຳແໜ່ງ, ຢືນຢັນວ່າ ຈະປະຕິບັດພັນທະຂອງປະທານາທິບໍດີ ແລະຮອງປະທານາທິບໍດີ ໃຫ້ດີທີ່ສຸດ ແລະຍຸຕິທຳທີ່ສຸດ, ປົກປ້ອງລັດຖະທຳມະນູນ ແລະປະຕິບັດກົດໝາຍຢ່າງສັດຊື່ທີ່ສຸດ ເພື່ອຮັບໃຊ້ປະເທດຊາດ. ໃນການກ່າວຄຳປາໄສຄັ້ງທຳອິດຂອງທ່ານ ໃນຖານະທີ່ເປັນປະທານາທິບໍດີ, ທ່ານ Prabowo Subianto ໃຫ້ຮູ້ວ່າ ທ່ານ ຈະໃຫ້ບຸລິມະສິດແກ່ຜົນປະໂຫຍດຂອງປະຊາຊົນ, ນັບທັງຜູ້ທີ່ບໍ່ລົງຄະແນນສຽງໃຫ້ທ່ານ. ທ່ານ Prabowo Subianto ຮຽກຮ້ອງໃຫ້ປະຊາຊົນສາມັກຄີກັນ ເພື່ອປະເທດອິນໂດເນເຊຍ ທີ່ກ້າວໜ້າ; ໃສ່ໃຈວ່າ ປະຫວັດສາດຂອງອິນໂດເນເຊຍ ໄດ້ພັດທະນາຈາກບ່ອນທີ່ມີຄວາມຫຍຸ້ງຍາກ ແລະທຸກຍາກລຳບາກ.

ໂດຍ: ທະນາພອນ