ທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າລາວ ໃຫ້ຮູ້ວ່າ: ປີ 2024 ລາວ ຮູ້ສຶກເປັນກຽດ ແລະເອກອ້າງທະນົງໃຈທີ່ໄດ້ເປັນປະທານອາຊຽນ ດ້ວຍຄຳຂວັນ “ອາຊຽນ: ເພີ່ມທະວີການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ນີ້ເປັນທັງຈຸດເວລາ, ເປັນທັງກາລະໂອກາດ ແລະສິ່ງທ້າທາຍຫຼາຍດ້ານ, ພິເສດແມ່ນສະພາບການໂລກ ແລະພາກພື້ນທີ່ພວມຜັນແປຢ່າງສັບສົນ, ຮຽກຮ້ອງໃຫ້ບັນດາປະເທດ CLMV ຕ້ອງເພີ່ມທະວີຄວາມສາມັກຄີ ແລະຮ່ວມມືຢ່າງແໜ້ນແຟ້ນເພື່ອແກ້ໄຂບັນດາສິ່ງທ້າທາຍດັ່ງກ່າວ.

ບັນດາຜູ້ແທນພ້ອມກັນຄົ້ນຄວ້າ ແລະແລກປ່ຽນຫຼາຍບັນຫາທີ່ພົ້ນເດັ່ນ, ພິຈາລະນາ ແລະຮັບຮອງເອົາບົດລາຍງານຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດ CLMV; ພ້ອມທັງແລກປ່ຽນຄວາມຄິດເຫັນ ແລະແນະນຳການຜັນຂະຫຍາຍບັນດາແຜນການວຽກງານຕ່າງໆເພື່ອພັດທະນາປະເທດຊາດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ CLMV EMM 16. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊິງເຍິດເຕິນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງບັນດາປະເທດ CLMV ໃນການຊຸກຍູ້ການເຄື່ອນໄຫວດ້ານເສດຖະກິດ, ການຄ້າ ແລະການລົງທຶນໃນປີທີ່ຜ່ານມາ, ນັບແຕ່ກອງປະຊຸມລັດຖະມົນຕີເສດຖະກິດ CLMV ຄັ້ງທີ 15 ທີ່ດຳເນີນໃນ ເດືອນກັນຍາ 2023, ໃນສະພາບທີ່ເສດຖະກິດພາກພື້ນ ແລະໂລກສືບຕໍ່ປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ.

ເພື່ອຮັກສາທ່າເຕີບໂຕຂອງການຄ້າ ແລະການລົງທຶນ, ໃນໄລຍະຈະມາເຖິງ, ທ່ານ ຫງວຽນຊິງເຍິດເຕິນ ຫວັງວ່າບັນດາປະເທດ CLMV ຈະສືບຕໍ່ສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະກັນ ໃນການປະຕິບັດບັນດາສັນຍາເສລີ (FTA) ໃນນັ້ນ 4 ປະເທດໄດ້ເປັນສະມາຊິກ ຢ່າງມີປະສິດທິຜົນ; ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ; ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ, ພື້ນຖານໂຄງລ່າງໂທລະຄົມມະນາຄົມ, ຫັນເປັນດີຈີຕອນ; ພັດທະນາແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີມາດຕະການໜູນຊ່ວຍວິສາຫະກິດປັບປຸງທີ່ຕັ້ງຂອງແຕ່ລະປະເທດໃນຕ່ອງໂສ້ການສະໜອງຂອງພາກພື້ນ.

ນອກຈາກນັ້ນ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ຍັງໄດ້ສະເໜີໃຫ້ ລາວ ດ້ວຍບົດບາດເປັນປະທານອາຊຽນ 2024 ເພີ່ມທະວີບົດບາດການປະສານງານກັບຄະນະເລຂາອາຊຽນ ເພື່ອຊຸກຍູ້ການຮັບຮອງເອົາ CLMV SEOM TOR ໃນປີນີ້; ແລະຫວັງວ່າຖ້າມີຄວາມສະດວກນັ້ນ, ເລື່ອງຮັບຮອງເອົາມາດຕາ (TOR) ຈະໃຫ້ສຳເລັດກ່ອນກອງປະຊຸມສຸດຍອດ CLMV ຄັ້ງທີ 11 ທີ່ຈະຈັດຂຶ້ນໃນທ້າຍປີ 2024.

ໂດຍ: ຈາງຫງວຽນ