leftcenterrightdel
ການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໄດ້ແນໃສ່ເຂດ Zibqin ພາກໃຕ້ຂອງລີບັງ. ພາບ: Getty

ກົງກັນຂ້າມ, ກຸ່ມກຳລັງປະກອບອາວຸດ ລີບັງ ໄດ້ຍິງລູກສອນໄຟຈຳນວນ 40 ລູກ ເພື່ອແນໃສ່ບຸກໂຈມຕີເຂົ້າເຂດຮ່ອມພູ Galilee ແລະພູພຽງ Golan ໂດຍ ອິດສະຣາແອັນ ຄວບຄຸມ. ບໍ່ມີກໍລະນີໃດຖືກບາດເຈັບໃນບັ້ນບຸກໂຈມຕີດັ່ງກ່າວຍ້ອນວ່າ ລູກສອນໄຟສ່ວນຫຼາຍຖືກຕາໜ່າງຕ້ານການບຸກໂຈມຕີທາງອາກາດຂອງອິດສະຣາແອັນ ຕີຕ້ານ ຫຼື ຖືກຕົກລົງເຂດດິນເປົ່າວ່າງ.

ໃນຖະແຫຼງການອອກໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຢັ້ງຢືນວ່າ ຈະເຮັດໃຫ້ Houthi ຕ້ອງເສຍຫາຍເປັນຈຳນວນຫຼາຍຍ້ອນການບຸກໂຈມຕີດ້ວຍລູກສອນໄຟເລັ່ງໃສ່ອິດສະຣາແອັນ. ສ່ວນຜູ້ນຳໜ້າກຳລັງ Houthi ທ່ານ  Abdel  Malek al – Houthi ກ່າວເຕືອນວ່າ ໃນຊຸມວັນຈະມາເຖິງ, ກຸ່ມນີ້ຈະດຳເນີນບັນດາບັ້ນບຸກໂຈມຕີຕ້ານຄືນ ອິດສະຣາແອັນ ທີ່ດຸເດືອດກວ່ານີ້ເພື່ອໜູນຊ່ວຍບັ້ນການຕໍ່ບັ້ນການຕໍ່ສູ້ຂອງຊາວປາແລັດສະຕິນ ທີ່ແກ່ຍາວຢູ່ເຂດ ກາຊາ.

ແຫຼ່ງຄັດຈາກ: vovworld.vn