leftcenterrightdel
ພາບປະກອບ: YONHAP/TTXVN

ຕອນເຊົ້າວັນທີ 19 ກັນຍາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ ໄດ້ລົງຂ່າວວ່າ ປະເທດນີ້ໄດ້ທົດລອງລູກສອນໄຟຍຸດທະວິທີແບບໃໝ່ນຳໃຊ້ຫົວຮົບຂະໜາດໃຫຍ່ພິເສດ ແລະລູກສອນໄຟມີປີກຊະນິດປັບປຸງໃນວັນທີ 18 ກັນຍາ, ໂດຍການນຳ Kim Jong Un ຊີ້ນຳ, ຮຽກຮ້ອງເພີ່ມທະວີຄວາມສາມາດດ້ານອາວຸດປົກກະຕິ ແລະນິວເຄຼຍຂອງປະເທດນີ້. ກ່ອນໜ້ານັ້ນ, ກອງທັບ ສ.ເກົາຫຼີ ກໍ່ໄດ້ອອກແຈ້ງການໃນວັນທີ 18 ກັນຍາ ວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນຫຼາຍລູກໄປຕາມທິດຕາເວັນອອກສ່ຽງເໜືອ. ກອງທັບ ສ.ເກົາຫຼີ ໄດ້ແບ່ງປັນຂໍ້ມູນກ່ຽວກັບລູກສອນໄຟນຳວິຖີ ຂອງ ສປປ.ເກົາຫຼີ ກັບຝ່າຍອາເມລິກາ ແລະ ຍີ່ປຸ່ນ ກໍ່ຄື ຮັກສາສະພາບການກຽມພ້ອມ. ເຫດຍິງລູກສອນໄຟໄດ້ດຳເນີນໃນສະພາບການທີ່ ການນຳ ສປປ.ເກົາຫຼີ Kim Jong Un ລົງກວດກາຢູ່ບາງຮາກຖານນິວເຄຼຍຂອງປະເທດນີ້ໃນອາທິດແລ້ວ, ໃນນັ້ນຮຽກຮ້ອງຍູ້ແຮງ ແລະເພີ່ມທະວີກຳລັງຄວາມສາມາດດ້ານນິວເຄຼຍ ເພື່ອແນໃສ່ຮັບມືກັບບັນດາໄພນາບຂູ່ຈາກພາຍນອກ.

ແຫຼ່ງຄັດຈາກ: vovworld.vn