leftcenterrightdel
ກອງປະຊຸມຂອງສະມັດຊາໃຫຍ່ ສປຊ. vov.vn

ດ້ວຍບັດເຫັນດີ 124 ບັດ, ບັດຄ້ານ 14 ບັດ ແລະ ບັດຂາວ 43 ບັດ, ວັນທີ 18 ກັນຍາ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິຮຽກຮ້ອງອິດສະລາແອັນ ຢຸດຕິການມີໜ້າແບບຜິດກົດໝາຍຂອງປະເທດນີ້ຢູ່ເຂດດິນແດນ ປາແລັດສະຕິນ ຖືກຢຶດຄອງ. ມະຕິໄດ້ຮຽກຮ້ອງອິດສະລາແອັນ ປະຕິບັດກົດໝາຍສາກົນ ແລະ ຖອນບັນດາກຳລັງທະຫານອອກຈາກເຂດນີ້, ຢຸດຕິທຸກການເຄື່ອນໄຫວສ້າງເຂດຕັ້ງຖິ່ນຖານຄົງທີ່ໃໝ່, ຍົກຍ້າຍປະຊາຊົນຢູ່ເຂດຕັ້ງຖິ່ນຖານຄົງທີ່ໃໝ່ອອກຈາກເຂດດິນແດນຖືກຢຶດຄອງ ແລະມ້າງສ່ວນໜຶ່ງຂອງຝາກັ້ນ ໂດຍ ອິດສະລາແອັນ ກໍ່ສ້າງຢູ່ພາຍໃນເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນຖືກຢຶດຄອງ. ມະຕິກໍ່ຮຽກຮ້ອງໃຫ້ອິດສະລາແອັນ ອະນຸຍາດໃຫ້ປະຊາຊົນ ປາແລັດສະຕິນ ທີ່ເສຍເຮືອນປະຊານໃນວິວັດການຢຶດຄອງ ໄດ້ກັບເມືອບ້ານເກີດເມືອງນອນຂອງຕົນ ພ້ອມທັງ ຊົດເຊີຍຄວາມຜົນເສຍຫາຍ ໂດຍວິວັດການຢຶດຄອງກໍ່ຂຶ້ນ. ມະຕິສະບັບນີ້ ໄດ້ຍົກອອກມາພາຍຫຼັງທີ່ເດືອນກໍລະກົດ ສານຍຸທິຕຳສາກົນ ໄດ້ຖືວ່າ ເລື່ອງອິດສະລາແອັນ ຮັກສາການມີໜ້າຢູ່ເຂດປາແລັດສະຕິນ ຖືກຢຶດຄອງແມ່ນຜິດກົດໝາຍ ແລະທຸກປະເທດມີຄວາມຮັບຜິດຊອບ ບໍ່ຍອມຮັບການຢຶດຄອງທີ່ແກ່ຍາວໃນຫຼາຍທົດສະວັດ ຄືແນວນີ້.

ແຫຼ່ງຄັດຈາກ: vovworld.vn