leftcenterrightdel
ສຳນັກງານ ນາໂຕ ຢູ່ ບຣຸກແຊນ (ແບນຊິກ). ພາບ: Kyodo/ສໍານັກຂ່າວສານຫວຽດນາມ

ວັນທີ 20 ກໍລະກົດ, ຕຳຫຼວດ ແອັດສະປາຍ ໄດ້ແຈ້ງໃຫ້ຊາບວ່າ, ໄດ້ຈັບຕົວແຮກເກີ 3 ຄົນທີ່ຖືກສົງໄສວ່າ ໄດ້ບຸກໂຈມຕີທາງເຄືອຂ່າຍອິນເຕີແນັດແນໃສ່ ແອັດສະປາຍ ແລະບັນດາປະເທດອື່ນໃນອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ດ້ວຍຈຸດປະສົງກໍການຮ້າຍ.

ກຳລັງປົກປ້ອງພົນລະເຮືອນ ແອັດສະປາຍ ໃຫ້ຮູ້ວ່າ, ບັນດາຜູ້ຖືສົງໄສດັ່ງກ່າວຖືກຈັບຕົວດ້ວຍຄຳກ່າວຫາວ່າເຂົ້າຮ່ວມການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດແບບບໍ່ໃຫ້ຕອບສະໜອງການບໍລິການ (DDoS) ແນໃສ່ບັນດາອົງການລັດຖະບານ ແລະ ບັນດາຂົງເຂດຍຸດທະສາດ. ຕຳຫຼວດໃຫ້ຮູ້ວ່າ, ບັນດາການຈັບຕົວຈັດຂຶ້ນຢູ່ Manacor ຢູ່ເຂດເກາະ Mallorca ຂຶ້ນກັບໝູ່ເກາະ Balearic ຂອງ ແອັດສະປາຍ, ກໍຄືຢູ່ Huelva ແລະ  Seville, ທາງພາກໃຕ້ ແອັດສະປາຍ.

ແຫຼ່ງຄັດຈາກ: vovworld.vn