leftcenterrightdel
ຕວັກກີ ຈະປັບຂຶ້ນເງິນບຳນານຂັ້ນຕໍ່າ-ເກັບພາສີນິຕິບຸກຄົນບໍລິສັດຕ່າງປະເທດລາຍໃຫຍ່. ພາບ: kpl.gov.la

ກ່ອນໜ້ານີ້ ລັດຖະບານຕວັກກີ ກ່າວວ່າ ບໍ່ມີແຜນເພີ່ມການຊຳລະເງິນບໍານານໃນປີນີ້ຈຳນວນ 10.000 ລີຣາ. ໂດຍອ້າງອີງເຖິງນະໂຍບາຍ ທີ່ເຂັ້ມງວດ ແລະແຜນການປະຢັດຊຶ່ງມີເປົ້າໝາຍເພື່ອຄວບຄຸມອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ, ແຕ່ດ້ວຍອັດຕາເງິນເຟີ້ລາຍປີທີ່ສູງກວ່າ 71% ເມື່ອເດືອນມິຖຸນາຜ່ານມາ, ສົ່ງຜົນໃຫ້ເກີດວິກິດຄ່າຄອງຊີບສູງຂຶ້ນ, ໃນຂະນະທີ່ພັກຝ່າຍຄ້ານໄດ້ຮຽກຮ້ອງໃຫ້ຈ່າຍເງິນບໍານານ ແລະຄ່າແຮງງານຂັ້ນຕໍ່າເພີ່ມຂຶ້ນຊຶ່ງຄົງທີ່ມາແຕ່ເດືອນມັງກອນ. ພາຍໃຕ້ຮ່າງກົດໝາຍທີ່ສະເໜີໂດຍພັກຄວາມຍຸຕິທຳ ແລະການພັດທະນາ (ເອເຄພ) ຂອງປະທານາທິບໍດີ ທ່ານ ເຣເຊບ ເທຍຍີບ ເອີຣໂດກັນ ວ່າ ການຈ່າຍເງິນບໍານານຂັ້ນຕໍ່າຈະເພີ່ມຂຶ້ນ 12.500 ລີຣາຕໍ່ເດືອນເທົ່ານັ້ນ ແລະບໍ່ມີການເພີ່ມສຳລັບຜູ້ບໍານານທີ່ມີລາຍໄດ້ເພີ່ມຂຶ້ນ. 

ແຫຼ່ງຄັດຈາກ: kpl.gov.la