ໃນການພົບປະສອງຝ່າຍ, ທ່ານນາຍົກລັດຖະມົນຕີ Narendra Modi ເຊື່ອໝັ້ນວ່າ ລັດເຊຍ ແລະອິນເດຍ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ. ເມື່ອປຶກສາຫາລືກ່ຽວກັບມາດຕະການສຳລັບການປະທະກັນຢູ່ ຢູແກຼນ, ທ່ານນາຍົກລັດຖະມົນຕີ Modi ຢັ້ງຢືນວ່າ ສັນຕິພາບແມ່ນສຳຄັນທີ່ສຸດ. ທ່ານຊີ້ແຈ້ງວ່າ ອິນເດຍ ພ້ອມແລ້ວທີ່ຈະສະໜອງບໍ່ວ່າການຊ່ວຍເຫຼືອໃດໆໃນການສ້າງສັນຕິພາບຢູ່ ຢູແກຼນ.

ການນຳສອງທ່ານກໍດຳເນີນວາລະປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນ ມີການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ, ບັນດາບັນຫາກ່ຽວກັບຄວາມໝັ້ນຄົງໃນພາກພື້ນ ແລະ ໃນທົ່ວໂລກ; ຮ່ວມມືໃນກຸ່ມບັນດາປະເທດຫາກໍພົ້ນເດັ່ນ BRICS, ອົງການຮ່ວມມືຊຽງໄຮ (SCO) ແລະ ກຸ່ມບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນແຖວໜ້າໂລກ - g20 ແລະ ບັນຫາຄວາມໝັ້ນຄົງດ້ານພະລັງງານ.

ແຫຼ່ງຄັດຈາກ: vovworld.vn