leftcenterrightdel
“ສານຂອງລາຍການແມ່ນ “ຮ່ວມແຮງຮ່ວມໃຈສ້າງໂລກສັນຕິພາບ”.ພາບ: VOV

ຈຸດພົ້ນເດັ່ນຂອງງານບຸນແມ່ນລາຍການສະແດງສິລະປະພິເສດ ເພື່ອໄຂງານບຸນໃນຕອນຄ່ຳວັນທີ 6 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງນັກສິລະປິນຊື່ດັ່ງຢູ່ພາຍໃນປະເທດ ແລະສາກົນ. ແຫຼ່ງບັນດານໃຈຂອງທ່ານ ດັ້ງເລມິງຈີ, ຫົວໜ້າຄະນະກຳກັບລາຍການສະແດງສິລະປະໄດ້ເລີ່ມມາຈາກຂົວ ຮ່ຽນເລືອງ, ຂົວຕໍ່ສະແດງຄວາມຄາດຫວັງທ້ອນໂຮມປະເທດຊາດເປັນເອກະພາບ, ຈິດໃຈຜູກພັນລະຫວ່າງ ອະດີດ ກັບ ອະນາຄົດ ໃນການເດີນທາງຂອງຜູ້ຮັກຫອມສັນຕິພາບ. ທ່ານກ່າວວ່າ:

“ສານຂອງລາຍການແມ່ນ “ຮ່ວມແຮງຮ່ວມໃຈສ້າງໂລກສັນຕິພາບ”. ພວກຂ້າພະເຈົ້າຢາກເນັ້ນໜັກເຖິງຄວາມສາມັກຄີ, ສາມັກຄີ ຈະແມ່ນຄຸນຄ່າໃຫຍ່ຫຼວງທີ່ສຸດ ແລະແທ້ຈິງທີ່ສຸດ. ທີສອງແມ່ນສ້າງສາ, ພວກເຮົາພ້ອມກັນປະກອບສ່ວນ, ພ້ອມກັນສ້າງ, ພ້ອມກັນສ້າງໂລກສັນຕິພາບ”

ນອກຈາກນັ້ນແລ້ວ, ລາຍການພົບປະແລກປ່ຽນສະແດງດົນຕີສາກົນ “ທຳນອງດົນຕີສັນຕິພາບ” ຍັງມີການເຂົ້າຮ່ວມຂອງນັກສິລະປິນທີ່ມາຈາກບັນດາປະເທດ ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ, ຈີນ, ຝລັ່ງ, ອົດສະຕາລີ, ກູບາ, ຟີລິບປິນ, ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ