leftcenterrightdel
ທ່ານ David BarneaF ຜູ້ອຳນວຍການ ອົງການສືບລາຊະການລັບ Mossad ຂອງອິດສະຣາແອັນ. ພາບ:AFP

ຕາມໂຄສົກຂອງທ່ານນາຍົກລັດຖະມົນຕີອິດສະຣາແອັນ  Benjamin Netanyahu ແລ້ວ, ນີ້ແມ່ນການເຈລະຈາຮອບທຳອິດ ລະຫວ່າງຄະນະຜູ້ແທນ ອິດສະຣາແອັນ ກັບບັນດານັກໄກ່ເກ່ຍຢູ່ Doha. ຄາດວ່າ ໃນອາທິດໜ້າ, ຄະນະຜູ້ແທນຈະກັບເມືອ ກາຕາ ຄືນໃໝ່ ເພື່ອສືບຕໍ່ບັນດາການເຈລະຈາຮອບໃໝ່ ເພາະວ່າລະຫວ່າງສອງຝ່າຍຍັງມີຄວາມແຕກຕ່າງກັນ.

ໃນຂະນະນັ້ນ, ກຳລັງ ເຮໂບລາ ຢູ່ລີບັງ ໃນວັນທີ 5 ກໍລະກົດ ຖະແຫຼງວ່າ ເລື່ອງນຳຖານທີ່ໝັ້ນການທະຫານຂອງກອງທັບອິດສະຣາແອັນ ບາງແຫ່ງເປັນເປົ້າໝາຍແມ່ນເພື່ອໂຕ້ຕອບບັນດາບັ້ນບຸກໂຈມຕີຂອງ ອິດສະຣາແອັນ ທີ່ເລັ່ງໃສ່ບັນດາໝູ່ບ້ານຢູ່ທາງທິດໃຕ້ ລີບັງ.

ແຫຼ່ງຄັດຈາກ: vovworld.vn