leftcenterrightdel
ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. ພາບ: AFP

ການພົບປະໄດ້ດຳເນີນໃນເວລາທີ່ທ່ານ Jake Sullivan ພວມຢູ່ຢ້ຽມຢາມ New Delhi ແຕ່ວັນທີ 17-18 ມີຖຸນາ, ຕາມຄຳເຊີນຂອງຄູ່ຕຳແໜ່ງ ອິນເດຍ ທ່ານ Ajit Doval ເພື່ອຕີລາຄາຂໍ້ລິເລີ່ມກ່ຽວກັບເຕັກໂນໂລຊີສຳຄັນ ແລະ ຫາກໍ່ພົ້ນເດັ່ນ (iCET) ລະຫວ່າງ ອິນເດຍ - ອາເມລິກາ. ໃນການພົບປະ, ທ່ານ Sullivan ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ Narendra Modi ຊາບກ່ຽວກັບວິວັດການໃນການຮ່ວມມືສອງຝ່າຍ, ພິເສດແມ່ນໃນຂໍ້ລິເລີ່ມ iCET, ຄື: ທາດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ (AI), ໂທລະຄົມມະນາຄົມ, ການປ້ອງກັນຊາດ, ອາວະກາດ…

ໃນວັນດຽວກັນ, ທ່ານ Sullivan ກໍ່ໄດ້ພົບປະ ແລະແລກປ່ຽນກັບທ່ານ S Jaishankar, ລັດຖະມົນຕີການຕ່າງປະເທດອິນເດຍ ກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ແຫຼ່ງຄັດຈາກ: vovworld.vn