ທີ່ວາລະປຶກສາຫາລືຂັ້ນສູງໃນຂອບເຂດພິທີສະເຫຼີມສະຫຼອງ, ບັນດາຄຳເຫັນລ້ວນແຕ່ຕີລາຄາສູງຂໍ້ລິເລີ່ມທີ່ມີຄວາມໝາຍຢ່າງແທດຈິງຂອງຫວຽດນາມ ແລະບັນດາປະເທດກຸ່ມແກ່ນສານ, ຢືນຢັນບົດບາດສຳຄັນຂອງການລະຫຼິ້ນສຳລັບການພັດທະນາຂອງເດັກ, ກໍຄືຄວາມກ້າວໜ້າຂອງສັງຄົມໃນທົ່ວໂລກ. ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ແລະ ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເຂົ້າຮ່ວມເຫດການ “ຮ່ຳຮຽນຜ່ານການລະຫຼິ້ນ” ດ້ວຍຖານະເປັນແຂກຖືກເຊີນພິເສດ, ພ້ອມກັບບັນດານັກຮຽນຂັ້ນອະນຸບານສາກົນສະຫະປະຊາຊາດ (UNIS) ຢູ່ ນິວຢອກ ເຂົ້າຮ່ວມບັນດາການເຄື່ອນໄຫວ “ການຫຼິ້ນເພື່ອຮຽນ”.

ແຫຼ່ງຄັດຈາກ: vovworld.vn