leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: dailynewsegypt.com

ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງລັດຖະມົນຕີບັນດາປະເທດ BRICS ນັບແຕ່ເມື່ອກຸ່ມເປີດກວ້າງ, ຮັບເອົາຕື່ມອີກ 6 ປະເທດເຂົ້າເປັນສະມາຊິກນັບແຕ່ວັນທີ 1 ມັງກອນປີນີ້. ທີ່ກອງປະຊຸມ, ບັນດາລັດຖະມົນຕີ ໄດ້ແລກປ່ຽນຄຳເຫັນເພື່ອແນໃສ່ເພີ່ມທະວີລັກສະນະຫລາຍຝ່າຍໃນການພົວພັນສາກົນ; ການຮ່ວມມືລະຫວ່າງບັນດາປະເທດ BRICS ໃນຂອບເຂດພັນທະມິດ ແລະຢູ່ບັນດາເວທີປາໄສອື່ນ; ພິຈາລະນາເລື່ອງເປີດກວ້າງສະມາຊິກ, ໃນນັ້ນ ມີການພິຈາລະນາຫນັງສືຂໍເຂົ້າເປັນສະມາຊິກຂອງ ຕວກກີ. ໃນຂອບເຂດກອງປະຊຸມຂອງ ວັນທີ 11 ມິຖຸນາ, ແມ່ນດຳເນີນວາລະປະຊຸມເປີດກວ້າງ ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ບັນດາປະເທດ BRICS ແລະ 15 ປະເທດທີ່ໄດ້ຮັບການເຊື້ອເຊີນ, ຜູ້ຕາງຫນ້າອົງການຮ່ວມມືພາກພື້ນຄື: ອົງການຮ່ວມມື ຊຽງໄຮ້ (SCO), ອາຊຽນ, ສະຫະພັນຮ່ວມມືພາກພື້ນບັນດາປະເທດແຄມທະເລມະຫາສະມຸດອິນເດຍ, ສະຫະພາບ ອາຟຼິກາ, ສະຫະພັນ ບັນດາປະເທດ ອາຣັບ.

ແຫຼ່ງຄັດຈາກ: vovworld.vn