ໃນສານທີ່ໄດ້ສົ່ງໄປໃນພິທີສະເຫຼີມສະຫຼອງວັນມະຫາສະໝຸດໂລກ ເຊິ່ງຈັດຂຶ້ນໃນວັນທີ 8 ມິຖຸນາຂອງທຸກໆປີ, ຜູ້ນຳ ສປຊ ຖືວ່າ ມະຫາສະໝຸດສວມບົດບາດສຳຄັນສຳລັບຊີວິດຂອງໜ່ວຍໂລກ, ແຕ່ຄົນເຮົາຍັງບໍ່ທັນເອົາໃຈໃສ່ເຖິງການແກ້ໄຂບັນດາຄວາມສ່ຽງໄພຂອງມະຫາສະໝຸດ.

ທ່ານ Antonio Guterres ເນັ້ນໜັກວ່າ ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ເຮັດໃຫ້ລະດັບນ້ຳທະເລຍື່ງຂຶ້ນສູງນັ້ນ, ບໍ່ພຽງແຕ່ນາບຂູ່ຕໍ່ການຄົງຕົວຂອງບັນດາປະເທດເກາະນ້ອຍ ແລະປະຊາຊົນທີ່ດຳລົງຊີວິດຢູ່ແຄມທະເລເທົ່ານັ້ນ, ຫາກຍັງກໍ່ໃຫ້ເກີດສະພາບອາກາດທີ່ສົ່ງຜົນກະທົບບໍ່ດີຕໍ່ມວນມະນຸດອີກດ້ວຍ.

ແຫຼ່ງຄັດຈາກ: vovworld.vn