leftcenterrightdel
ລັດເຊຍ ເລີ່ມດຳເນີນການຊ້ອມຮົບນິວເຄຼຍຍຸດທະວິທີຢູ່ເຂດຊາຍແດນທາງທິດໃຕ້ໃນວັນທີ 21 ພຶດສະພາ 2024. ພາບ: ກະຊວງປ້ອງກັນປະເທດລັດເຊຍ/Reuters

ກ່ອນໜ້ານັ້ນ, ສຳນັກຂ່າວສານ TASS ໄດ້ຄັດສະເໜີແຈ້ງການຂອງກະຊວງປ້ອງກັນປະເທດລັດເຊຍ ໂດຍໃຫ້ຮູ້ວ່າ ການຊ້ອມຮົບໄດ້ດຳເນີນຢູ່ເຂດທະຫານທາງທິດໃຕ້. ລະອຽດ, ກຳລັງລູກສອນໄຟຈະຝຶກຊ້ອມການກະກຽມນຳໃຊ້ລະບົບລູກສອນໄຟຍຸດທະສາດ Iskander, ໃນຂະນະທີ່ກຳລັງປ້ອງກັນອາກາດ ຈະຝຶກຊ້ອມການປະກອບອາວຸດປ້ອງກັນອາກາດ, ລວມທັງລູກສອນໄຟເໜືອສຽງ Kinzhal, ກ່ອນທີ່ເຄື່ອນຍ້າຍໄປຍັງເຂດລາດຕະເວນໃນການຊ້ອມຮົບ.

ແຈ້ງການດັ່ງກ່າວໄດ້ເນັ້ນໜັກເຖິງການຊ້ອມຮົບ ແນໃສ່ຮັບປະກັນຄວາມສາມາດກຽມພ້ອມຮັບມືເພື່ອປົກປັກຮັກສາອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງ ລັດເຊຍ ໃນທຸກກໍລະນີ.

ແຫຼ່ງຄັດຈາກ: vovworld.vn