MSC: ນາຍົກລັດຖະມົນຕີ ເຢຍລະມັນ ຮຽກຮ້ອງສ້າງຕັ້ງການພົວພັນຂ້າມມະຫາສະມຸດປາຊີຟິກໃໝ່ລະຫວ່າງ ອາເມລິກາ ແລະເອີລົບ
ເປົ້າໝາຍຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນເພື່ອ “ຮຳບາດແຜ” ການພົວພັນຂ້າມມະຫາສະມຸດປາຊີຟິກ ທີ່ພວມແຕກແຫ້ງໃນໄລຍະມໍ່ໆມານີ້.
ໂດຍສືບຕໍ່ບັນດາການປຶກສາຫາລືຢູ່ກອງປະຊຸມຄວາມໝັ້ນຄົງ Munich (MSC) ຄັ້ງທີ 62 ທີ່ພວມດຳເນີນຢູ່ນະຄອນ Munich, ເມືອງເອກ ລັດ Bavaria ຂອງ ເຢຍລະມັນ, ທ່ານ Wolfgang Ischinger, ປະທານ MSC ໄດ້ເຕື້ອງເຖິງບັນຫາສຳຄັນທີ່ສຸດໃນນະໂຍບາຍຄວາມໝັ້ນຄົງທົ່ວໂລກ. ກ່າວຄຳເຫັນທີ່ພິທີໄຂໃນວັນທີ 13 ກຸມພາ, ທ່ານ Wolfgang Ischinger ໃຫ້ຮູ້ວ່າ ເປົ້າໝາຍຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນເພື່ອ “ຮຳບາດແຜ” ການພົວພັນຂ້າມມະຫາສະມຸດປາຊີຟິກ ທີ່ພວມແຕກແຫງໃນໄລຍະມໍ່ໆມານີ້.
ສ່ວນທ່ານ Friedrich Merz, ນາຍົກລັດຖະມົນຕີ ເຢຍລະມັນ ໄດ້ມີບົດກ່າວປາໄສສຳຄັນໃນວັນທີ 13 ກຸມພາ ໂດຍຢືນຢັນວ່າ MSC ຍາມໃດກໍ່ເປັນໄມ້ວັດແທກສະພາບການເມືອງໃນການພົວພັນຂ້າມມະຫາສະໝຸດປາຊີຟິກ ເວົ້າລວມ ແລະທົ່ວໂລກ ເວົ້າສະເພາະ.
ໃນຂະນະນັ້ນ, ທ່ານນາງ Ursula von der Leyen, ປະທານຄະນະກຳມະການເອີລົບ (ອີຊີ) ຢືນຢັນວ່າ ສະຫະພາບເອີລົບ (ອີຢູ) ພ້ອມແລ້ວທີ່ຈະ “ຮັບໜ້າທີ່ຫຼາຍກວ່າໃຫ້ແກ່ຄວາມໝັ້ນຄົງຂອງຕົນ” ໃນສະພາບການ ວໍຊິງຕັນ ພວມຕັ້ງຄຳຖາມກ່ຽວກັບລາຍຈ່າຍດ້ານປ້ອງກັນຊາດຂອງບັນດາສຳພັນທະມິດ.
ແຫຼ່ງຄັດຈາກ: vovworld.vn