ວໍຊິງຕັນ ພວມຄ່ອຍໆຜ່ອນຜັນບັນດາຄຳສັ່ງລົງໂທດຕໍ່ຂະແໜງພະລັງງານ ເວເນຊູເອລາ ນັບແຕ່ເມື່ອກຳລັງ ອາເມລິກາ ຈັບຕົວທ່ານ Nicolas Maduro, ປະທານາທິບໍດີ ເວເນຊູເອລາ ໃນຕົ້ນເດືອນ ມັງກອນ 2026. ກ່ອນໜ້ານັ້ນ, ອາເມລິກາ ໄດ້ປະກາດໃຊ້ໜັງສືອະນຸຍາດລວມ ທີ່ອະນຸຍາດການສົ່ງອອກ, ເກັບຮັກສາ, ນຳເຂົ້າ ແລະຄ້າຂາຍນ້ຳມັນດິບຂອງ ເວເນຊູເອລາ.

leftcenterrightdel
ພາບປະກອບຈາກ Reuters

ຕາມກະຊວງການເງິນ ອາເມລິກາ ແລ້ວ, ໜັງສືອະນຸຍາດໃໝ່ ໄດ້ອະນຸຍາດການສະໜອງສິນຄ້າ, ເຕັກໂນໂລຊີ, ຊອບແວ ແລະການບໍລິການຈາກ ອາເມລິກາ ໃຫ້ແກ່ບັນດາການເຄື່ອນໄຫວສຳຫຼວດ, ພັດທະນາ ແລະ ຜະລິດນ້ຳມັນຢູ່ ເວເນຊູເອລາ. ອົງການຂໍ້ມູນພະລັງງານ ອາເມລິກາ (EIA) ຄາດຄະເນວ່າ ປະລິມານນ້ຳມັນດິບຂອງ ເວເນຊູເອລາ ອາດຈະເພີ່ມຂຶ້ນເຖິງ 20% ໃນຊຸມເດືອນຈະມາເຖິງຖ້າຮັກສາໄດ້ເງື່ອນໄຂສະດວກ.

ແຫຼ່ງຄັດຈາກ: vovworld.vn