leftcenterrightdel
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ແລະທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ. ພາບປະກອບ: REUTERS

ວັນທີ 11 ກຸມພາ (ຕາມເວລາທ້ອງຖິ່ນ), ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ຕ້ອນຮັບທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ຢູ່ທຳນຽບຂາວ, ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ ໃນສະພາບທີ່ ອາເມລິກາ ແລະ ອີຣານ ກະກຽມໃຫ້ແກ່ຮອບເຈລະຈາຄັ້ງຕໍ່ໄປກ່ຽວກັບບັນຫານິວເຄຼຍ.

ພາຍຫຼັງກອງປະຊຸມ, ໂດຍຂຽນໃນສື່ສັງຄົມ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ 2 ຝ່າຍ “ມີການພົບປະເປັນຢ່າງດີ”. ທ່ານກໍ່ໃຫ້ຮູ້ຂໍ້ມູນຕື່ມອີກວ່າ ຍັງບໍ່ທັນມີຂໍ້ຕົກລົງສຸດທ້າຍສະບັບໃດໄດ້ຍົກອອກມາ, ແຕ່ເນັ້ນໜັກເຖິງເລື່ອງ ຕ້ອງສືບຕໍ່ດຳເນີນບັນດາການເຈລະຈາກັບ ອີຣານ ເພື່ອເບິ່ງວ່າ ສາມາດບັນລຸໄດ້ຂໍ້ຕົກລົງ ຫຼື ບໍ່.

ໃນການພົບປະ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ຊອກຫາວິທີເພື່ອໃຫ້ ອາເມລິກາ ເປີດກວ້າງເນື້ອໃນການເຈລະຈາ, ລວມທັງໂຄງການລູກສອນໄຟນຳວິຖີຂອງອີຣານ ແລະເລື່ອງ ອີຣານ ໜູນຫຼັງບັນດາກຳລັງມອບສິດໃນພາກພື້ນ, ຄື: ຮາມາດສ ແລະ ເຮັກໂບລາ. ຝ່າຍ ອິດສະຣາແອັນ ມີຄວາມວິຕົກກັງວົນວ່າ ວໍຊິງຕັນ ອາດຈະເດີນຕາມຂໍ້ຕົກລົງໂດຍມີການຈຳກັດ, ບໍ່ກວມເອົາບັນດາຄວາມສ່ຽງນາບຂູ່ດ້ານຄວາມໝັ້ນຄົງອື່ນ.

ແຫຼ່ງຄັດຈາກ: vovworld.vn