leftcenterrightdel
ທ່າກຳປັ່ນ Vancouver, Canada. ພາບ: REUTERS/Jennifer Gauthier

ວັນທີ 11 ກຸມພາ, ຕາມເວລາທ້ອງຖິ່ນ, ສະພາຕ່ຳອາເມລິກາ ໄດ້ປ່ອນບັດປະຕິເສດການຈັດວາງພາສີຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ສຳລັບສິນຄ້າການາດາ, ສ້າງຂີດໝາຍເປັນໜຶ່ງໃນຈຳນວນໜ້ອຍຂອງການກະທຳເປີດເຜີຍການຄັດຄ້ານນະໂຍບາຍເສດຖະກິດຫຼັກແຫຼ່ງຂອງທ່ານ Trump ຈາກບັນດາສະມາຊິກລັດຖະສະພາພັກສາທາລະນະ. ຮ່າງກົດໝາຍໂດຍບັນດາສະມາຊິກລັດຖະສະພາພັກປະຊາທິປະໄຕ ສະເໜີໂດຍໄດ້ຮັບຮອງເອົາດ້ວຍອັດຕາບັດເຫັນດີ 219 ບັດ ແລະບັດຄ້ານ 211ບັດ, ໃນນັ້ນມີສະມາຊິກລັດຖະສະພາພັກສາທາລະນະ 6 ທ່ານ ປ່ອນບັດສະໜັບສະໜູນ. ເຖິງຢ່າງໃດກໍຕາມ, ການກະທຳນີ້ ສ່ວນຫຼາຍມີລັກສະນະເປັນສັນຍາລັກ, ຍ້ອນທຸກມາດຕະການ ແມ່ນເພື່ອແນໃສ່ລົບລ້າງພາສີອາກອນ ທີ່ຍັງຕ້ອງໄດ້ຮັບການຮັບຮອງເອົາຈາກສະພາສູງ ແລະ ປະທານາທິບໍດີ ເຊັນປະກາດໃຊ້. 

ແຫຼ່ງຄັດຈາກ: vovworld.vn