ນາໂຕ ຜັນຂະຫຍາຍພາລະກຳຄວາມໝັ້ນຄົງໃໝ່ ຢູ່ ຂົ້ວໂລກເໜືອ
ວັນທີ 11 ກຸມພາ, ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ໄດ້ປະກາດການຜັນຂະຫຍາຍພາລະກຳໃໝ່ ທີ່ມີຊື່ວ່າ “Arctic Sentry” ແນໃສ່ເພີ່ມທະວີຄວາມໝັ້ນຄົງຢູ່ຂົ້ວໂລກເໜືອ.
ຕາມແຈ້ງການຂອງນາໂຕ, “Arctic Sentry” ແມ່ນການເຄື່ອນໄຫວຫຼາຍຂົງເຂດ, ກ່ອນອື່ນຈະເຕົ້າໂຮມ ແລະສົມທົບບັນດາໂຄງການທີ່ມີຢູ່ແລ້ວຂອງບັນດາປະເທດສະມາຊິກ, ຄື ບັນດາການຊ້ອມຮົບທີ່ຈະມາເຖິງຂອງ ນອກແວ ແລະແດນມາກ. ຕາມນາຍພົນ Alexus Grynkewich, ຜູ້ບັນຊາການສູງສຸດບັນດາກຳລັງສຳພັນທະມິດຂອງນາໂຕ ຢູ່ເອີລົບ, ພາລະກຳດັ່ງກ່າວແມ່ນການຢັ້ງຢືນຄຳໝັ້ນສັນຍາຂອງພັນທະມິດໃນການປົກປ້ອງບັນດາປະເທດສະມາຊິກ ແລະຮັກສາຄວາມສະຖຽນລະພາບຢູ່ໜຶ່ງໃນບັນດາເຂດທີ່ມີຄວາມໝາຍຍຸດທະສາດສຳຄັນທີ່ສຸດແຕ່ກໍ່ມີສິ່ງທ້າທາຍທີ່ສຸດໃນໂລກ.
ແຫຼ່ງຄັດຈາກ: vovworld.vn